ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງສາວລາວຖືກຈັບ ຢູ່ໄທ
Anonymous

Date:
ຍິງສາວລາວຖືກຈັບ ຢູ່ໄທ
Permalink   
 


 

 

 

 

image

ເຈົ້າໜ້າທີ່ກົມສອບສວນຄະດີ ພິເສດຂອງໄທ ແລະເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ແຂວງນະຣາທິວາດ ພາກໃຕ້ຂອງໄທ ຈັບ ແມ່ຍິງລາວ ຢູ່ຮ້ານຄາຣາໂອເກະ 6 ແຫ່ງ ໃນເທສບານ ເມືອງນະຣາທິວາດ 53 ຄົນ ໃນຂໍ້ຫາຂາຍບໍຣິການ ທາງເພດ ໃຫ້ ນັກທ່ອງທ່ຽວ, ດັ່ງພັນຕໍາຣວດເອກ ນົບພະດົນ ຣັກຊາດ ຫົວໜ້າຕໍາຣວດກວດຄົນເຂົ້າເມືອງ ແຂວງນະຣາທິວາດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ພຶສຈິກາ ນີ້ວ່າ:

"ທ່ານກ່າວວ່າ ບໍ່ເປັນຄວາມຜິດໃນຂໍ້ຫາຄ້າມະນຸດ ເນື່ອງຈາກວ່າ ແມ່ຍິງລາວ ທີ່ຈັບໄດ້ນັ້ນ ທຸກຄົນມີໜັງສືເດີນທາງ ເຂົ້າ-ອອກ ຖືກຕ້ອງ ແລະສມັກໃຈ, ບໍ່ມີເດັກນ້ອຍອາຍຸ ຕໍ່າກວ່າ 18 ປີ. ພວກເຂົາເຈົ້າເຮັດວຽກຜິດກົດໝາຍ ຄືເຮັດວຽກຜິດປະເພດ."

ແຕ່ທາງ ເວັບໄຊ ຂ່າວສົດຂອງໄທ ຣາຍງານວ່າເຈົ້າໜ້າທີ່ ດີເອສໄອ ບຸກຄົ້ນຮ້ານຄາຣາໂອເກະ ແລະຈັບແມ່ຍິງລາວ 53 ຄົນ ໃນຂໍ້ຫາ ຄ້າປະເວນີ ຊຶ່ງໃນນັ້ນມີອາຍຸຕໍ່າກວ່າ 18 ປີ 3 ຄົນ.

ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງຂອງໄທ ກໍາລັງສອບປວັດຜູ້ຕ້ອງຫາຢູ່ ກ່ອນຈະສົ່ງໄປດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ ຫຼັງຈາກ ນັ້ນກໍຈະຕິດຕໍ່ໄປຍັງ ສະຖານທູດ ສປປລາວ ປະຈໍາປະເທສໄທ ເພື່ອໃຫ້ຮັບຮູ້ໃນເຣຶ່ອງດັ່ງກ່າວ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ມຸນນິທິຄຸ້ມຄອງແມ່ຍິງຂອງໄທ ກ່າວວ່າ ການເຂົ້າກວດຄົ້ນ ຮ້ານຄາຣາໂອເກະ ນັ້ນມີຂຶ້ນພາຍຫຼັງ ທີ່ໄດ້ຮັບ ຂໍ້ມູນຈາກອາສາສມັກ ໃນ ສປປລາວ ວ່າມີແມ່ຍິງລາວ 3 ຄົນ ຖືກຕົວະຍົວະມາຂາຍ ບໍຣິການທາງເພດ ຢູ່ສະຖານທີ່ ບັນເທີງແຫ່ງນຶ່ງ ທີ່ແຂວງຊາຍແດນພາກໃຕ້ ຂອງໄທ.

ຜ່ານມາ ແມ່ຍິງລາວ ທີ່ໄດ້ຮັບການຊ່ອຍເຫລືອ ຈາກການຖືກຄ້າມະນຸດ ຢູ່ປະເທສມາເລເຊັຍ ເຄີຍກ່າວຕໍ່ວິທຍຸເອເຊັຍເສຣີວ່າ ການທີ່ມີ ແມ່ຍິງລາວ ລັກໄປເຮັດວຽກ ຢູ່ຕາມຮ້ານຄາ ຣາໂອເກະ ຫລືຮ້ານກິນດື່ມທົ່ວໄປ ໃນແຂວງນະວາທວາດ ນັ້ນ ກໍຍ້ອນວ່າ ມີຫຼາຍຮ້ານ ຕ້ອງການ ແມ່ຍິງລາວ ໄປເຮັດວຽກນໍາ ຊຶ່ງບາງຄົນກໍຖືກຕົວະຍົວະ ໄປຂາຍບໍຣິການທາງເພດ ຕາມຮ້ານບັນເທີງ ຢູ່ປະເທສມາເລເຊັຍ ອີກຕໍ່ນຶ່ງ.



__________________
Tetek

Date:
Permalink   
 

ເສຍໃຈນຳ.

ເສັ້ນບໍ່ໃຫຍ່ໄປຮອກແຕ່ໄທ ເສັ້ນໃຫຍ່ກໍ່ໄປ Overseas



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard