ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຝຸງປາຢູ່ນໍ້າຕອນຕາຍ ຢ່າງບໍ່ຮູ້ ສາເຫດ


Guru

Status: Offline
Posts: 622
Date:
ຝຸງປາຢູ່ນໍ້າຕອນຕາຍ ຢ່າງບໍ່ຮູ້ ສາເຫດ
Permalink   
 


ຝຸງປາຢູ່ນໍ້າຕອນຕາຍ ຢ່າງບໍ່ຮູ້ ສາເຫດ

image

 

ເມື່ອວັນທີ່ 8 ພຶສຈິກາ ຜ່ານມາ ເກີດເຫດການ ຝູງປາ ແລະສັດນໍ້າ ຈໍານວນຫຼວງຫຼາຍຕາຍ ໂດຍບໍ່ຮູ້ສາເຫດ ຢູ່ບໍຣິເວນນໍ້າຕອນ ບ້ານໃຫຍ່ ນາຈະເຣີນ ເມືອງສັງທອງ ນະຄອນຫລວງວຽຈັນ ສ້າງຄວາມແຕຫຕື່ນ ໃຫ້ແກ່ຊາວບ້ານ ແລະມີຊາວບ້ານ ບາງຄົນ ໄປເກັບເອົາປາຕາຍນັ້ນ ໄປຂາຍຢູ່ຕລາດນໍາອີກ. ຫລັງຈາກເຫດການດັ່ງກ່າວ ເຈົ້າໜ້າທີຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ ຂັ້ນບ້ານ ໄດ້ລົງພື້ນທີ່ ໄປກວດສອບຫາສາເຫດ ທີ່ຝູງປາຕາຍ ແຕ່ຍັງບໍ່ທັນສລຸບຜົນໄດ້ວ່າ ແມ່ນເປັນຍ້ອນຫຍັງ. ດັ່ງ ເຈົ້າໜ້າທີ່ ຂັ້ນບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 12 ພຶສຈິກາ ນີ້ວ່າ:

”ເຣືອງປາຕາຍ ພວກເຮົາກໍາລັງປະຊຸມເຣື້ອງປາຕາຍ ກໍາລັງຊິແກ້ໄຂ ໂຕນີ້ເດີ ຈັກນ້ອຍຈິ່ງຄ່ອຍວ່າກັນ.”

ປະຊາຊົນໃນເຂດ ຝຸງປາຕາຍນັ້ນມີ ຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ ມີຄວາມເປັນໄປໄດ້ສູງ ວ່າສາເຫດປາຕາຍ ເທື່ອນີ້ ແມ່ນຈາກ ສານເຄມີ ໃນສວນກ້ວຍ ເຂດບ້ານໃຫຍ່ນາຈະເຣີນ ຊຶ່ງຍັງມີສວນປູກກ້ວຍ ຢູ່ຫຼາຍເຮັກຕ່າ ແລະຍັງໃຊ້ ສານເຄມີຫຼາຍຢູ່. ທ່ານ ເວົ້າວ່າ:

“ໂອ້ເຫັນເຂົາເຈົ້າ ອັນນັ້ນຢູ່ ຢ້ານແນວນັ້ນເປັນຍ້ອນ ນໍ້າເສັຍຫັ້ນແຫລະ ມັນມີສານເຄມີ ເຂົາວ່າເປັນນໍາອັນນັ້ນເນາະ ແຕ່ຂ້ອຍກໍຍັງບໍ່ຮູ້ ສາເຫດຣະອຽດ ຫັ້ນນະ ໂອ້ຢູ່ນີ້ກໍຫລາຍເຕິບ ແຕ່ຂ້ອຍກໍບໍ່ຮູ້ວ່າ ເນື້ອທີ່ມັນເທົ່າໃດ.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງຕິດຕາມກວດກາ ແລະສລຸບສາເຫດການຕາຍ ຂອງສັດນໍ້າ ໂດຍໄວທີ່ສຸດ ຮວມທັງເອົາຄວາມຜິດ ກັບພາກສ່ວນທີ່ເຮັດໃຫ້ ນໍ້າເສັຍ ຖ້າພົບວ່າເກີດຈາກ ສວນກ້ວຍຂອງຈີນແທ້ ຄວນເອົາມາຕການ ຢ່າງເດັດຂາດ.

ເຫດການປາຕາຍ ໂດຍບໍ່ຮູ້ສາເຫດຄັ້ງນີ້ ມີຜູ້ຄົນຖ່າຍ ວິດິໂອ ແລະນໍາເຜີຍແພ່ ທາງສືສັງຄົມອອນລາຍ ຫລາຍໆຄົນ ສະແດງຄວາມເຫັນວ່າ ອາດຍ້ອນສານເຄມີ ໃນສວນກ້ວຍມີສ່ວນ ເຮັດໃຫ້ ປາ ແລະ ສັດນໍ້າຕາຍ.

ຫລ້າສຸດ ວັນທີ 12 ພຶສຈິກາ, ທາງການເມືອງສັງທອງ ນະຄອນຫລວງວຽງຈັນ  ໄດ້ອອກແຈ້ງການ ຫ້າມປະຊາຊົນ ນຳເອົາປາທີ່ຕາຍ ຢູ່ ນ້ຳຕອນມາກິນມາຂາຍ ຢ່າງເດັດຂາດ, ແລະໃຫ້ເອົາໄປທຳລາຍ ຫລືຝັງດິນ. ນອກຈາກນີ້ ທາງການເມືອງສັງທອງ ໄດ້ຕັ້ງຄນະກັມມະການ ກວດສອບຫາສາເຫດການຕາຍ ຂອງປາ.



__________________


Guru

Status: Offline
Posts: 622
Date:
Permalink   
 

ຍິງສາວລາວຖືກຊ່ອຍເຫຼືອ ຈາກ ເຫຍື່ອ ຄ້າມະນຸສ

image

 

ສະພາບຂອງຜິວໜັງ ຕາມແຂນ ແລະຕາມຕົນໂຕ ຂອງແມ່ຍິງລາວລາວ ທີ່ຖືກນາຍຈ້າງຄົນໄທ ໃຊ້ນໍ້າຮ້ອນສາດໃສ່

 

ຍິງສາວລາວອາຍຸ 21 ປີ ຈາກແຂວງຈຳປາສັກ ທີ່ຖືກນາຍຈ້າງຄົນໄທ ຢູ່ເມືອງດຳເນີນສະດວກ ແຂວງຣາຊບູລີ ທຳຮ້າຍຮ່າງກາຍ ເປັນ ເວລາ 5 ປີ ໄດ້ຖືກຊ່ອຍເຫລືອ ແລະ ສົ່ງກັບຄືນສູ່ຄອບຄົວ ຢູ່ເມືອງບາຈຽງ ຈະເຣີນສຸກ ແຂວງຈຳປາສັກ ວັນທີ 10 ພຶສຈິກາ. ຫຼັງຈາກ ທີ່ຖືກສົ່ງກັບຄືນບ້ານແລ້ວ, ຍິງສາວຜູ້ເຄາະຮ້າຍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ, ນາງຈະເຮັດສວນຊ່ອຍຄອບຄົວຢູ່ບ້ານ ບໍ່ຢາກໄປໄທ ອີກແລ້ວ.

"ດີໃຈແຮບປີ້ແລ້ວດີໃຈເຫັນໜ້າພໍ່ແມ່ ເຫັນເຮືອນ ດີໃຈຮອດເຮືອນພໍ່ ໄປສວນແລ້ວຢາກໄປເຮັດສວນມັນ, ມັນຕົ້ນຂອງຄອບຄົວຢູ່ບ້ານ ບໍ່ຢາກໄປໄທແລ້ວ."

 

ນາງເວົ້າວ່າ, ໄດ້ມາເຮັດວຽກກັບນາຍຈ້າງຊື່ວ່າ ນາງ ປອງອາຍຸ 58 ປີ ທີ່ມາເລືອກເອົາ ນາງໄປຕັ້ງແຕ່ປິ 2012 ໂດຍຕົກລົງຈະຈ່າຍຄ່າ ແຮງງານເດືອນລະ 7 ພັນບາດ ແລະໃນເບື້ອງຕົ້ນ ລາວໄດ້ຮັບຄ່າຈ້າງ 2 ເດືອນທຳອິດ ແຕ່ຫຫຼັງຈາກນັ້ນ ບໍ່ເຄີຍໃຫ້ ເງິນເດືອນອີກເລີຍ ເປັນເວລາ 5 ປີ ແລະ ບໍ່ສາມາດຕິດຕໍ່ຫາພໍ່ແມ່ໄດ້.

ຫລ້າສຸດໃນວັນທີ 27 ກັນຍາ ທີ່ຜ່ານມາ, ນາຍຈ້າງໄດ້ເອົານໍ້າຮ້ອນສາດໃສ່ນາງ ຖືກແຂນ ແລະຮ່າງກາຍເປັນແຜໃຫຍ່ ຍ້ອນວ່າ ນາງລືມ ປິດຝາໝໍ້ຕົ້ມນໍ້າ. ນາງເວົ້າວ່າ ເພື່ອນບ້ານ ທີີ່ໄດ້ຍິນສຽງລາວຮ້ອງໃຫ້ ຍ້ອນຄວາມເຈັບປວດ ຈຶ່ງໄດ້ໂທໄປຫາ ຕຳຣວດ ແລ້ວຕຳຣວດໄດ້ ຊ່ອຍພານາງໄປໂຮງໝໍ ແລະຕໍ່ມາ ເຈົ້າໜ້າທີ່ຕຳຣວດ ກໍຈັບນາຍຈ້າງ ໃນຂໍ້ຫາ ທາຣຸນນະກັມ, ທໍາຮ້າຍຮ່າງກາຍຜູ້ອື່ນ ໂດຍເຈຕນາ ແລະ ຈ້າງແຮງງານຕ່າງດ້າວ ແບບຜິດກົດໝາຍ.

ໜ່ວຍງານທີ່ເຮັດວຽກຕ້ານການຄ້າມະນຸດຂອງໄທ ໄດ້ມີການຕິດຕາມ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ດັ່ງ ທ່ານ ສມັກ ທັບທານີ ຜູ້ອຳນວຍການຝ່າຍຕ້ານ ການຄ້າມະນຸດ ມູລນິທິເຄືອຂ່າຍ ສົ່ງເສີມຄຸນນະພາບ ຊີວິດແຮງງານ ຫລື LPN ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

"ຕ້ອງຊ່ອຍກັນເຝົ້າຣະວັງ ໂດຍສະເພາະເດັກນ້ອຍ ຫລືວ່າຜູ້ຍິງທີ່ເຂົ້າມາເຮັດງານ ໃນໄທ ຕ້ອງເຮັດເອກສານ ໃຫ້ຖືກຕ້ອງຕາມກົດໝາຍ ກໍຂໍໃຫ້ທຸກໜ່ວຍງານ ຊ່ອຍປະສານງານກັນ ຊ່ອຍກັນໃນການຕິດຕາມ ກ່ຽວກັບການປ້ອງກັນຄວາມຮຸນແຮງ ກ່ຽວກັບແມ່ຍິງແລະເດັກນ້ອຍ ໃນປະເທດໄທ ແລະ ປະເທດລາວ."

ກ່ຽວກັບເລື້ອງນີ້ ທ່ານ ພັນຕຳຣວດ ເອກ ສຸດທິພົງ ພົງປະພາອຳພັຍ ຜູ້ບັນຊາການຕຳຣວດ ເມືອງດໍາເນີນສະດວກ ກ່າວວ່າ ເຈົ້າໜ້າທີ່ ກໍໄດ້ຈັບກຸມນາຍຈ້າງ ເມື່ອນາຍຈ້າງບໍ່ມີຄວາມເປັນທັມ ແລະຕ້ອງຄືນຄວາມເປັນທັມໃຫ້ແກ່ສັງຄົມ[ສາວລາວ] ບໍ່ວ່າຈະເປັນຊາດໃດກໍຕາມ.



__________________


Guru

Status: Offline
Posts: 622
Date:
Permalink   
 

ກອງປະຊຸມພາກປະຊາ ສັງຄົມ ອາຊຽນ

image

 

ທີ່ປະເທສສິງກະໂປ ເມື່ອຕົ້ນເດືອນ ຄື ແຕ່ມື້ວັນທີ 2 ຫາ ວັນທີ 4 ພຶສຈິກາ 2018 ນີ້ ໄດ້ມີກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ແລະ ເວທີ ປະຊາຊົນອາຊຽນ. ໃນກອງປະຊຸມ ດັ່ງກ່າວ ມີທັງຄນະຜູ້ແທນອົງການ ຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບາລ ທີ່ເຄື່ອນໄຫວ ຕໍ່ສູ້ເພື່ອ ສິດທິມະນຸດ, ປະຊາທິປະໄຕ ແລະ ຄວາມເປັນທັມ ຂອງ ປະຊາຊົນ ແລະ ມີທັງອັນທີ່ເອີ້ນວ່າ ອົງການ ຈັດຕັ້ງທີ່ບໍ່ຂຶ້ນ ກັບຣັຖາລ ຊຶ່ງ ເປັນຕົວແທນ ຂອງ ຣັຖບາລ ປະເທສ ທີ່ປົກຄອງ ດ້ວຍຣະບົບ ພັກດຽວ ຜູກຂາດອໍານາດ ແບບຜະເດັດການ ເຊັ່ນ ຄນະຜູ້ແທນ ຈາກ ສປປລາວ 21 ຄົນ ທີ່ປົກປ້ອງອໍານາດ ແລະ ຜົລປໂຍດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຣັຖບາລ ສປປລາວ ກໍມາ ເຂົ້າຮ່ວມ. ຕາມຄໍາເວົ້າ ຂອງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສເຢັຽຣະມັນ.



__________________
Anonymous

Date:
Permalink   
 

ການນຳອ່ອນແອ ປະຊາຊົນກໍ່ຖືກຕ່າງຊາດຂົ່ມເຫັງ ເອົາປຽບຮອບດ້ານ

ໜ້າສົງສານລູກຫລານສາວລາວເຮົາ.

ເລື່ອງປາຕາຍກໍ່ຄົງຈະເປັນຍ້ອນສານພິດເຄມີຈາກໂຄງການປູກກ້ວຍຫັ້ນລະ

ບໍ່ມີສາເຫດອື່ນດອກ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard