ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາງົບປະມານ ໜັກ ໄປໜ້າ: ນາຍົກ ທອງລຸນ


Guru

Status: Offline
Posts: 622
Date:
ບັນຫາງົບປະມານ ໜັກ ໄປໜ້າ: ນາຍົກ ທອງລຸນ
Permalink   
 


ບັນຫາງົບປະມານ ໜັກ ໄປໜ້າ: ນາຍົກ ທອງລຸນ

image

 

ສະພາບເສຖກິຈລາວ ໃນປັດຈຸບັນຂຍາຍໂຕຊ້າລົງ ເຖິງແມ່ນວ່າຈະມີການດັດແກ້ ໂຕເລກຄາດໝາຍ 4 ປີ 2017-2020 ສະເລັ່ຍຈາກ 7.5% ມາເປັນ 7.2% ແຕ່ມາປີນີ້ ກັບຢູ່ໃນຈັງຫວະການຂຍາຍໂຕຊ້າລົງ ຢູ່ທີ່ 6.8% ຫລຸດແຜນການ 0.4%. ນອກນັ້ນ ການຈັດເກັບ ຣາຍຮັບ ບໍ່ໄດ້ຕາມຄາດໝາຍ ຫລຸດລົງເຖິງ 5% ພ້ອມນີ້ ຍັງຂາດດຸນງົບປະມານຕິດຕໍ່ກັນຫລາຍປີ. ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປ ລາວ ໄດ້ກ່າວຣາຍງານ ຕໍ່ກອງປະຊຸມສໄມສາມັນ ຄັ້ງທີ 6 ຂອງສະມາຊິກ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 20 ພຶສຈິກາ ນີ້ວ່າ:

"ໃນໄລຍະ 2 ປີ ຜ່ານມາການຂຍາຍໂຕ ຂອງເສຖກິຈ ຢູ່ໃນໄລຍະຈັງຫວະ ທີ່ຊ້າລົງສະເລັ່ຍ 6.8% ເຫັນວ່າຫລຸດແຜນການທີ່ວາງໄວ້ 0.4% ແຜນດັດແກ້ 4 ປີ ສະເລັ່ຍແມ່ນ 7.2%."

ທ່ານກ່າວຕື່ມວ່າ ການເກັບຣາຍຮັບເຂົ້າງົບປະມານ ປະຕິບັດໄດ້ 70,746 ຕື້ກີບ ກວມເອົາ 16.7% ຂອງຈີດີພີ ແຕ່ຣາຍຈ່າຍກັບເກີນ ຣາຍຮັບຢູ່ທີ່ 92,861 ຕື້ກີບກວມເອົາ 22% ຂອງຈີດີພີ ລວມແລ້ວຂາດດຸນງົບປະມານ ຂອງປີນີ້ແມ່ນ 5.7% ຜ່ານມາ ເພື່ອເສີມດຸ່ນດ່ຽງ ງົບປະມານ ຣັຖບານໄດ້ອອກພັນທະບັດ ເພື່ອຣະດົມທຶນເຂົ້າຄັງ.

ເຖິງແນວໃດກໍຕາມ ວິກິດການທາງດ້ານການເງິນ ເຮັດໃຫ້ຣັຖບານລາວ ຕ້ອງໄດ້ຮັດແຄບຊ່ອງວ່າງ ທີ່ຮົ່ວໄຫລຂອງການເກັບຣາຍຮັບ ງົບປະມານໂດຍໄດ້ໃຊ້ມາຕການຕ່າງໆ ເຊັ່ນ; ຍຸຕິການຍົກເວັ້ນພາສີ ການນໍາເຂົ້າຍານພາຫະນະ, ນໍ້າມັນເຊື້ອໄຟ, ວັສດຸກໍ່ສ້າງ, ສິນຄ້າ ຟຸມເຟືອຍ.

ຫັນມາກວດກາຄືນບັນດາວິສາຫະກິຈ ທີ່ຂາດທຶນ ທີ່ຣັຖລົງທຶນໃນຂແນງພລັງງານ ແລະບໍ່ແຮ່ ທີ່ບໍ່ປະຕິບັດຕາມສັນຍາ ເຊິ່ງຣັຖໄດ້ຍົກເລີກ ໄປຫລາຍໂຄງການ, ກວດຄືນຖານຣາຍຮັບໃໝ່ ໃຫ້ເຂັ້ມງວດ ໂດຍມີມາຕການຫ້າມ ແລະສະກັດກັ້ນໂຄງການ ນອກແຜນ ເຊິ່ງຈະບໍ່ໃຫ້ ມີໂຄງການ ນອກແຜນຕໍ່ໄປ.

ສ່ວນການບໍຣິຫານຫນີ້ສາທາຣະນະ ປັດຈຸບັນສູງເຖິງ 60% ນັ້ນ ທາງການລາວໄດ້ສ້າງກົດໝາຍ ພ້ອມທັງກວດຄືນ ທຸກການກູ້ຢືມ ຍຸຕິ ການກູ້ຢືມ ເພື່ອຫລຸດຜ່ອນຄວາມສ່ຽງ ທາງດ້ານໜີ້ສິນ ແລະຍຸຕິການປ່ອຍເງິນກູ້ ແລະຄໍ້າປະກັນໃຫ້ແກ່ ພາກທຸຣະກິດ ທາງພາກຣັຖ ແລະ ພາກເອກະຊົນທີ່ເຕັມໄປດ້ວຍຄວາມສ່ຽງ.

ຂັ້ນຕອນສຸດທ້າຍ ຂອງແຜນການປະຕິຮູບການເກັບຣາຍຮັບນັ້ນ ໄດ້ເລັ່ງສ້າງແຜນເກັບກູ້ເງິນຄືນ ທີ່ຄ້ຳປະກັນໃຫ້ພາກທຸຣະກິດ ເຂົ້າສູ່ຣະບົບ, ເລັ່ງກວດກາ ແລະປະຕິຮູບຣັຖວິສາຫະກິຈ ຂນາດໃຫຍ່ ແລະຂນາດກາງ ທີ່ດຳເນີນທຸຣະກິດ ຢູ່ໂດຍສະເພາະ ປັດຈຸບັນກຳລັງກວດກາ ຣັຖວິສາຫະກິຈໄຟຟ້າລາວ ນອກນີ້ພວມເລັ່ງປັບປຸງ ສາຍການບິນລາວ ແລະ ວາງນະໂຍບາຍເສຖກິຈພິເສດ ໃຫ້ຮັດກຸມກວ່າເກົ່າ.



__________________


Guru

Status: Offline
Posts: 622
Date:
Permalink   
 

ປໍ ເຮີ້, ສຸກນາລີ ຈໍາຄຸກ 15 ປີ

image

 ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນ ຈຳຄຸກ ທ້າວ ປໍ ເຮີ້ ແລະ ນາງ ສຸກນາລີ ເທບສີເມືອງ, ປະທານບໍຣິສັດ ພີເອັສ, ຄົນລະ 15 ປີ, ອີງຕາມເອກສານ ຄຳຕັດສິນ ຂອງສານປະຊາຊົນ ນະຄອນຫລວງວຽງຈັນ ລົງວັນທີ 21 ພຶສຈິກາ.

 ນາງ ສຸກນາລີ ເທບສີເມືອງ ເປັນຈຳເລີຍທີ 1 ແລະ ທ້າວ ປໍ ເຮີ ເປັນຈຳເລີຍ ທີ 2 ຖືກສານຕັດສິນຈຳຄຸກ ໃນຂໍ້ຫາ:

 1. ຂໍ້ຫາ ໂຄສະນາຕ້ານ ສປປ ລາວ

 2. ຂໍ້ຫາ ເຕົ້າໂຮມກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ

 3. ຂໍ້ຫາ ຊື້-ຂາຍ ອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ

 4. ຂໍ້ຫາ ສໍ້ໂກງຊັບ ຂອງພົລເມືອງ

 5. ຂໍ້ຫາ ຄອບຄອງຊິ້ນສ່ວນ ອະວັຍວະ ຂອງສັດປ່າຫວງຫ້າມ

 6. ຂໍ້ຫາ ຟອກເງິນ

 ເຈົ້າໜ້າທີ່ຣະດັບສູງ ສານປະຊາຊົນ ນະຄອນຫລວງວຽງຈັນ ກໍໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ ທ້າວ ປໍ ເຮີ້ ແລະ ນາງ ສຸກນາລີ ເທບສີເມືອງ ຖືກສານຕັດສິນຈຳຄຸກ ຄົນລະ 15 ປີ, ແຕ່ ທ່ານ ປະຕິເສດ ທີ່ໃຫ້ຄຳເຫັນ ໃນເຣື່ອງນີ້.

 ອີງຕາມຄຳຕັດສິນຂອງສານ, ໃນເບື້ອງຕົ້ນ ນາງ ສຸກນາລີ ເທບສີເມືອງ ຖືກຕັດສິນຈຳຄຸກ 29 ປີ ແຕ່ ສານຫລຸດໂທດລົງໃຫ້ ຈຳຄຸກ ເຫລືອພຽງ 15 ປີ ແລະ ຖືກປັບໃໝ ເປັນເງິນ 2.8 ຕື້ກີບ, ສ່ວນວ່າ ທ້າວ ປໍ ເຮີ້ ຖືກສານຕັດສິນຈຳຄຸກ 27 ປີ ແຕ່ ສານຫລຸດໂທດລົງ ເຫລືອພຽງຈຳຄຸກ 15 ປີ ແລະ ຖືກປັບໃໝເປັນເງິນຈຳນວນ 2.8 ຕື້ ກີບ.

 ນອກຈາກນີ້, ສານຍັງໄດ້ຕັດສິນ ຈຳເລີຍທີ 3 ຫາ 12 ຜູ້ທີ່ຮ່ວມຂະບວນການເຊັ່ນ: ທ້າວຈຳຄຳ ພູມະນີວົງ, ທ້າວອານົງສັກ ພົງສະຫວັດ, ທ້າວ ໄມວັນ ພູມະນີວົງ, ທ້າວ ຄຳສີງ ພູມະນີວົງ, ທ້າວ ໄຊຊົງ, ທ້າວ ບຸນທັມ, ທ້າວ ແກ້ວ, ນາງຈັນສະໝອນ ແກ້ວມະນີ, ທ້າວ ໄຊດວງສີ ຊົງຈື ແລະ ທ້າວ ໃຈເຮີ້ ເຊິ່ງມີຂໍ້ຫາຄ້າຍຄືກັບ ນາງສຸກນາລີ ແລະ ທ້າວປໍ ເຮີ ແຕ່ເປັນຂໍຫາປີກຍ່ອຍ ທີ່ຮ່ວມກັບຈຳເລີຍທີ 1 ແລະ 2  ທັງໝົດນີ້ສານໄດ້ ຕັດສີນ ຕັດອິສຣະພາບ ຜູ້ລະ 3 ປີ ຫາ 4 ປີ ແລະ ປັບໃໝເງິນ ແຕ່ 20 ລ້ານ ຫາ 28 ລ້ານກີບ.

ສ່ວນຊັບສິນ ແລະ ວັດຖຸສິ່ງຂອງ ທີ່ກ່ຽວຂ້ອງ ທີ່ມີສ່ວນພົວພັນ ກັບຄະດີ ເຊັ່ນ: ບັນຊີເງິນຝາກ ທະນາຄານຕ່າງໆ ຈຳນວນ 50 ບັນຊີ, ກັມມະສິດທີ່ດິນ 37 ຕອນ, ພາຫະນະ 112 ຄັນ ຕາມຄຳສັ່ງຢືດຊັບ ເມື່ອວັນທີ 08 ທັນວາ 2017 ນັ້ນ ພ້ອມດ້ວຍ ອາກອນຂອງຣັຖ ແລະ ສິນຄ້າ ສານບໍ່ໄດ້ນຳມາພິຈາຣະນາ ພ້ອມກັນ ເນື່ອງຈາກ ການກວດກາ ແລະ ຮິບ​ໂຮມຂໍ້ມູນ ຍັງບໍ່ຣະອຽດ ຈະແຈ້ງເທື່ອ ສ່ວນປະຊາຊົນ ຜູ້ເສັຽຫາຍ ຈາກການລົງທຶນ ວ່າ ຈະໄດ້ເງິນ ກັບຄືນມາບໍ່ ທາງສານປະຊາຊົນ ນະຄອນຫລວງ ຍັງບໍ່ທັນໄດ້ເອົາມາ ພິຈາຣະນາ ເຊັ່ນກັນ ຕ້ອງລໍຖ້າ ພາກສ່ວນກ່ຽວຂ້ອງ ກວດກາກ່ອນ



__________________
Anonymous

Date:
Permalink   
 

ການຄຸ້ມຄອງອ່ອນຫລາຍ....



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard