ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມ.ອຸທຸມພອນເກັບເງິນ ວັນຊາດ ວັນກອງທັບ


Guru

Status: Offline
Posts: 622
Date:
ມ.ອຸທຸມພອນເກັບເງິນ ວັນຊາດ ວັນກອງທັບ
Permalink   
 


ມ.ອຸທຸມພອນເກັບເງິນ ວັນຊາດ ວັນກອງທັບ

image

 

ພະນັກງານ ຣັຖກອນເມືອງອຸທຸມພອນ ແຂວງສວັນນະເຂດ ບໍ່ພໍໃຈທີ່ທາງການເກັບເງິນເຂົາເຈົ້າຫລາຍເກີນໄປ ເພື່ອໄປສລອງວັນຊາດ ແລະ ວັນສ້າງຕັ້ງກອງທັບ ຍ້ອນວ່າ ສະເພາະສອງວັນດັ່ງກ່າວ ທາງການໄດ້ເກັບເງິນ ພະນັກງານທຸກຂແນງການ ແລ້ວຄົນລະ 1 ແສນກີບ ນອກຈາກນັ້ນຍັງຈະໄດ້ເກັບຄ່າໃຊ້ຈ່າຍອື່ນໆອີກ. ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ເມືອງອຸທຸມພອນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 5 ທັນວາ ວ່າ:

"ແຈ້ງການອອກມາເກັບນຳທະຫານ ພະນັກງານ ປະຊາຊົນ ຄືພວກນ້ອງເປັນພະນັກງານນີ້ ເສັຍສອງຕໍ່ສາມຕໍ່ເພິ່ນເກັບເອົາເງິນເດືອນ ອອກເດ້ ຕັດເອົາໂລດ ມີແຕ່ຕັດກັບຕັດ ນັບແຕ່ວັນສ້າງຕັ້ງວັນຊາດ ຮອດວັນກອງທັບ ວັນອີ່ຫຍັງ ອັນຢ່າເພິ່ນເກັບຫັ້ນ ຄືພວກນ້ອງ ພະນັກງານ ແຮງຜູ້ລະແສນພຸ້ນນະ ຄືຢູ່ບ້ານແນ່ເນາະມາເປັນພະນັກງານເກັບ 2 ຕໍ່ ຄືວ່າຢູ່ບ້ານເພິ່ນກໍເກັບ."

ທ່ານກ່າວຕື່ມວ່າ ພະນັກງານຂແນງການຖືກຫັກເງິນ ຈາກບັນຊີເງິນເດືອນໄປແລ້ວ ຄົນລະ 1 ແສນກີບ ແຕ່ຍັງຕ້ອງເສັຍເງິນໃຫ້ບ້ານອີກ 10 ພັນກີບ ພ້ອມທັງເສັຍເງິນຊື້ ພວງມະລາອີກ, ດັ່ງນັ້ນເຈົ້າໜ້າທີ່ຣັຖ ທ່ານນີ້ຈຶ່ງຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍແກ້ໄຂບັນຫານີ້.

ນອກຈາກນີ້ ປະຊາຊົນ ເມືອງອຸທຸມພອນ ທີ່ຖືກຫັກເງິນຄົນລະ 10 ພັນກີບ ພວກເຂົາເຈົ້າຍັງຕັ້ງຄຳຖາມວ່າ ການສລອງວັນຊາດທີ່ຜ່ານມາ ທາງຂັ້ນເທິງມີແຕ່ດອກໄມ້ ແລະ ພວງມະລາໄປວາງທີ່ອານຸສອນສະຖານ ເປັນຫຍັງຈ່ງເກັບເງິນປະຊາຊົນ ໝົດເມືອງ.

"ແທນທີ່ເພິ່ນເຮັດບຸນເຮັດງານ ຈະໄປຊື້ຫຍັງ ເກັບນໍາທົ່ວເມືອງປະຊາຊົນນີ້ເດ້ນີ້ເດ້ ປະຊາຊົນກໍທຸກຍາກ ກໍເກັບເຮືອນລະ 10 ພັນກີບ ເກັບນຳປະຊາຊົນ ຊື້ແຕ່ດອກໄມ້ແຕ່ພວງມາລາ ໄປອັນອະນຸສອນສະຖານ ໄກສອນ ກັບອານຸສາວະລີ ຫັ້ນໄດ໋ ສິເຮັດຫຍັງອ້າຍເອີຍ ເຮັດແຕ່ແນວນັ້ນບາດເກັບປະຊາຊົນໝົດເມືອງ."

ຢ່າງໃດກໍຕາມ ຫລ້າສຸດ ມື້ວານນີ້ ປະຊາຊົນ ແລະ ພະນັກງານ ເມືອງ ປາກອູ ແຂວງຫລວງພຣະບາງ ກໍ່ໄດ້ຮ້ອງຮຽນໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ ຈາກເຫດການເກັບເງິນກັບປະຊາຊົນ ແລະ ຕັດເງິນພະນັກງານຣັຖ 40 ພັນກີບ ເຖິງ 1 ແສນກີບ  ເພື່ອໄປສລອງວັນຊາດ ແລະ ວັນສ້າງຕັ້ງກອງທັບ. ໂດຍເນື້ອໃນຈົດໝາຍຮ້ອງຮຽນເນັ້ນຢໍ້າວ່າ ປະຊາຊົນຣາຍໄດ້ໜ້ອຍ ພະນັກງານຣັຖ ເງິນເດືອນບໍ່ຫລາຍ ຜູ້ປະກອບການກໍ່ເສັຍພັນທະອາກອນຕ່າງໆ ການເກັບເງິນໄປສລອງແບບນີ້ ແມ່ນເຫັນວ່າບໍ່ ເໝາະສົມ.



__________________


Guru

Status: Offline
Posts: 622
Date:
Permalink   
 

ພວກໂຈນປຸ້ນຊາດ ຫາກິນທຸກວິທີທາງ

03.jpg

 

ໃຊ້ສູດດຽວກັນ ແຕ່ເໜືອຮອດໃຕ້, ແຕ່ງານນີ້ຫາກິນນໍາຜູ້ທີ່ເສຍຊີວິດໄປແລ້ວ!



Attachments
__________________


Guru

Status: Offline
Posts: 622
Date:
Permalink   
 

ບ້ານເມືອງຂອງລາວເຮົານັບມື້ເປັນຕາອາຍຊາດອື່ນເພີ່ນແທ້ເດ ຮູ້ຂ່າວໄປຮອດໃສກໍອາຍເພີ່ນໄປຮອດຫັ້ນ ! ໂອຍ ຈັກແມ່ນພາກັນເອົາສະຫມອງສ່ວນໃດມາຄິດ?
ຊ່ວງນີ້ມີຂ່າວຕັດເງິນ ເກນເງິນ ມາໃຫ້ອ່ານຕະຫລອດ ສະແດງວ່າຜູ້ມີອໍານາດບ້ານເຮົານິຍົມຫາເງິນແບບນີ້ແລ້ວ...ເປັນວິທີທີຫາເງິນງ່າຍທີສຸດ ເພາະບໍ່ມີໃຜສາມາດຂັດຄໍາສັ່ງໄດ້.... ບັງຄັບກັນເຮັດບຸນ ຈ້າງເຈົ້າກະບໍ່ໄດ້ບຸນດ່ອກ ມີແຕ່ຈະໄດ້ບາບເພີ່ມຂຶ້ນ...
 


__________________


Guru

Status: Offline
Posts: 622
Date:
Permalink   
 

ໂຈນ500ຄອມມູນິດສປປລ ບໍ່ມີເງີນຈັດກອງປະຊຸມ ປຸ້ນເງີນພະນັກງານແລະປະຊາຊົນ.

04.jpg05.jpg



Attachments
__________________
Anonymous

Date:
Permalink   
 

ກະຊວງປ້ອງກັນປະເທດເປນັກະຊວງທີ່ຮັ່ງມີກ່ວາໝູ່ເພາະໄດ້ຮັບສຳປະທານໂຄງການຂຸດຄົ້ນບໍ່ຄຳ

ຫລາຍບໍ່ ໂຄງການຕັດໄມ້ຂາຍຫລາຍໂຄງການ ແລະ ນອກນັ້ນຍັງມີລາຍຮັບພິເສດຈາກການຄ້າເຖື່ອນ

ຄົບວົງຈອນ, ບໍ່ຄວນບຽດບຽນປະຊາຊົນ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard