ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສູນປາແດກຈະຈັດງານ ຣຳລຶກ ເຖິງ ທ່ານ ສົມບັດ


Guru

Status: Offline
Posts: 622
Date:
ສູນປາແດກຈະຈັດງານ ຣຳລຶກ ເຖິງ ທ່ານ ສົມບັດ
Permalink   
 


ສູນປາແດກຈະຈັດງານ ຣຳລຶກ ເຖິງ ທ່ານ ສົມບັດ

image

 

ສູນອົບຮົມຮ່ວມພັທນາ ຫຼື ຮູ້ຈັກກັນດີໃນນາມ ສູນປາແດກ ຈະຈັດງານປາແດກແຟຣ ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນສຸກ ທີ 14 ທັນວາ ທີ່ຈະມາເຖິງນີ້ ເພື່ອວາງສະແດງຜົລງານ ການເຄື່ອນໄຫວຂອງອົງກອນຕ່າງໆ ໃນເຄືອຂ່າຍດ້ານການພັທນາ ໃນຮອບ 01 ປີ ທີ່ຜ່ານມາ ແລະ ຈະມີພິທີຣຳລຶກເຖິງ ຄຸນງານຄວາມດີຂອງ ທ່ານ ສົມບັດ ສົມພອນ, ໃນຖານະຜູ້ກໍ່ຕັ້ງສູນ ດັ່ງກ່າວ ພາຍຫຼັງທີ່ທ່ານຖືກລັກພາໂຕໄປ ເປັນເວລາເກືອບ 06 ປີເຕັມ. ດັ່ງຜູ້ຕາງໜ້າຄນະບໍຣິຫານງານ ສູນປາແດກ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 10 ທັນວາ ຕອນນຶ່ງ ວ່າ:

“ແມ່ນແລ້ວ ມື້ວັນທີ 14 ຂອງປີນີ້ ເດືອນ 12, ພວກເຮົາຈະມີການຈັດງານທີ່ເອີ້ນ ປາແດກແຟຣ ຫັ້ນເນາະ, ເຊິ່ງເປັນງານທີ່ເຮົາເອີ້ນວ່າ ເປັນການສເລີມສລອງຜົລງານ ຜົລສຳເຣັຈ ບັນດາວຽກງານຂອງປາແດກເອງ ລະກະຂອງຄູ່ຮ່ວມງານເນາະ ບໍ່ວ່າຈະ ເປັນຊຸມຊົນບໍ່ ບໍ່ວ່າຈະເປັນຄຣູບາອາຈານກະແລ້ວແຕ່. ທັງເປັນການຣຳລຶກເຖິງ ອາຈານ ສົມບັດ ຫັ້ນແຫຼະ ເປັນຜູ້ກໍ່ຕັ້ງຂອງປາແດກຫັ້ນ."

ທ່ານກ່າວຕື່ມວ່າ ພາຍໃນງານ ກໍຈະໄດ້ມີການວາງສະແດງຜົລງານການເຮັດວຽກດ້ານການພັທນາ ທີ່ສົ່ງເສີມໃຫ້ການພັທນາ ແບບຍືນຍົງ ທີ່ເປັນອັນສະທ້ອນເຖິງແນວຄຶດ ແລະ ຈິຕໃຈຂອງ ທ່ານ ສົມບັດ ສົມພອນ ທີ່ອົງກອນໃນເຄືອຂ່າຍ ໄດ້ຮັບແຮງ ບັນດານໃຈມາຈາກ ທ່ານ ພາຍໃຕ້ຫົວຂໍ້: (ຣະບົບນິເວດຍືນຍົງ ສັງຄົມລາວທີ່ໜ້າຢູ່).

ນອກຈາກນີ້, ຄອບຄົວຂອງ ທ່ານ ສົມບັດ ສົມພອນ ກໍຈະໄດ້ຈັດພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນ ແລະ ແຜ່ບຸນກຸສົນ, ເຊິ່ງເປັນພິທີ ທາງພຸທສາສນາ ທີ່ໄດ້ປະຕິບັດກັນມາຄືທຸກປີ.

ໃນຂນະດຽວກັນ, ມາດາມ ອຶ້ງ ຊຸຍ-ເມັ້ງ, ພັລຍາຂອງ ທ່ານ ສົມບັດ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເຖິງຄວາມຄືບໜ້າກ່ຽວກັບການ ຊອກຫາ ທ່ານ ສົມບັດ ສົມພອນ ວ່າ ບໍ່ໄດ້ຮັບການຕິດຕໍ່ ແລະ ຂໍ້ມູນໃດໆຈາກ ເຈົ້າໜ້າທີ່ກ່ຽວຂ້ອງເລີຍ.

“ເຂົາບໍ່ມີຕິດຕໍ່ດອກ, ບໍ່ໄດ້ຄືບໜ້າດອກ. ກະມີຄວາມຫວັງແຫຼະ ມີແຕ່ຫວັງວ່າຊື່ໆດອກ."

ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຍັງກົມສືບສວນສອບສວນ, ກະຊວງປ້ອງກັນຄວາມສງົບ ໃນຕອນບ່າຍຂອງວັນທີ 10 ທັນວາ ນີ້ ເພື່ອສອບຖາມເຖິງການຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ສົມພອນ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄວາມເຫັນ ໃນເຣື້ອງນີ້ໄດ້.

ຂໍ້ມູນຫຼ້າສຸດຈາກທາງການລາວ ກ່ຽວກັບກໍຣະນີການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແມ່ນມາຈາກຄໍາເວົ້າ ຂອງເຈົ້າໜ້າທີ່ ຣະດັບສູງ ຈາກກະຊວງການຕ່າງປະເທສລາວ ທີ່ໄດ້ກ່າວໃນຣະຫວ່າງ ກອງປະຊຸມວ່າດ້ວຍສິທທິທາງການເມືອງ ແລະ ສິທທິພົລເມືອງ ເມື່ອເດືອນກໍຣະກະດາ ໃນປີນີ້ ທີ່ນະຄອນເຈນິວາ, ປະເທດສວິທເຊິແລນ, ເຊິ່ງທ່ານໄດ້ກ່າວວ່າ;

“ຣັຖບານລາວ ຍັງມີຄວາມເປັນຫ່ວງເປັນໃຍ ໃນກໍຣະນີການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແລະ ຢືນຢັນວ່າ ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງຈະສືບຕໍ່ ສອບສວນ ກໍຣະນີ ນີ້."



__________________
Anonymous

Date:
Permalink   
 

ຄົນດີທີ່ມີນ້ຳໃຈພັດທະນາພັດຖືກເຂົາເກັບ, ພວກສໍ້ໂກງກິນບ້ານເມືອງພັດຖືກປູພົມແດງໃຫ້ຍ່າງ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard