ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກນັກ ວິຊາການ ຫາແດກກິນນຳໂຄງການສ້າງເຂື່ອນ
Anonymous

Date:
ພວກນັກ ວິຊາການ ຫາແດກກິນນຳໂຄງການສ້າງເຂື່ອນ
Permalink   
 


ພວກນັກ ວິຊາການ ຫາແດກກິນນຳໂຄງການສ້າງເຂື່ອນ

ເວລາພວກມັນອອກໄປສຳຣວດ ທຸກສິ່ງຢາ່ງບໍ່ມີຜົລຫຍັງກະທົບ ເຊັນໃຫ້ຜາ່ນໜົດ,

ເພາະນາຍທຶນເຂົາເອົາເງີນອັດປາກ

ພໍເຂືອ່ນແຕກຂື້ນມາ ບໍ່ມີບັກໃດໂຜ່ໜ້າມາໃຫ້ເຫັນແລະຮັບຜິດຊອບຕໍ່ເຫດການ

5 ປີ ເຂື່ອນແຕກ ທີ່ສນາມໄຊ

7ff8524d-587a-42c2-a6b7-c4476588e496.jpe

9 ອົງການຈັດຕັ້ງ ພາກປະຊາສັງຄົມໄທຍ ແລະ ສາກົລ ປະກອບມີ ອົງການ KTNC Watch, ອົງການ Manushya Foundation, ອົງການ Inclusive Development International, ອົງການ International Rivers, ອົງການ Community Resource Centre, ອົງການ ETOs Watch Coalition, ອົງການ Fair Finance Thailand, ແລະ ອົງການ Mekong Watch ໄດ້ອອກຖແລງການຮ່ວມກັນ ໃນມື້ຄົບຮອບ 5 ປີ ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ວ່າ ປະຊາຊົນຜູ້ປະສົບພັຍເຂື່ອນແຕກ ຍັງບໍ່ໄດ້ຮັບຄ່າຊົດເຊີຍຄົບ ແລະ ຍັງທຸກຍາກ ພ້ອມກັບຮຽກຮ້ອງໃຫ້ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຫຼື PNPC, ຣັຖບານລາວ ແລະ ຣັຖບານເກົາຫຼີໃຕ້ ລວມເຖິງບໍຣິສັດ Ecoplant, ເຊິ່ງເປັນບໍຣິສັດຮັບເໝົາກໍ່ສ້າງ ຈ່າຍເງິນຊົດເຊີຍໃຫ້ຄົບຖ້ວນ ແລະ ພຽງພໍ. ດັ່ງຍານາງ ສ. ຣັດຕະນະມະນີ ພົນກລ້າ, ທະນາຍຄວາມ ແລະ ຜູ້ຈັດການ ມູລນິທິສູນຂໍ້ມູນຂ່າວສານຊຸມຊົນ ແລະ ຕາງໜ້າໃຫ້ກັບ 9 ອົງການຈັດຕັ້ງພາກປະຊາສັງຄົມໄທຍ ແລະ ສາກົລ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດາ ນີ້ວ່າ:

“ທາງໜ່ວຍງານນີ້ (ບໍຣິສັດຜູ້ພັທນາ ເຂື່ອນເຊປຽນ-ເຊນ້ຳນ້ອຍ) ອ້າງວ່າ ມີການແກ້ໄຂຢຽວຢາແລ້ວ, ແຕ່ວ່າ ເທົ່າທີ່ຮັບຮູ້ມາ ມັນບໍ່ຮອດຊາວບ້ານ ຫຼືຮອດຊາວບ້ານ, ແຕ່ກະບໍ່ພຽງພໍ. ການຢຽວຢາ ກະເບິ່ງຄືວ່າບໍ່ຄົບຖ້ວນ, ພຽງພໍ, ເຊິ່ງມັນກະເລີຍເຮັດໃຫ້ມີການຮຽກຮ້ອງ.”

ຖແລງການດັ່ງກ່າວ ຍັງລະບຸອີກວ່າ ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຈຳກັດ ໄດ້ຂຽນຈົດໝາຍ ແຈ້ງໄປເຖິງຜູ້ຊ່ຽວຊານ ດ້ານສິດທິມະນຸສ ຂອງອົງການ ສະຫະປະຊາຊາຕ ວ່າ ໄດ້ຈ່າຍເງິນຊົດເຊີຍ ຈຳນວນ 91.2 ລ້ານໂດລ້າຣ໌ສະຫະຣັຖ, ແຕ່ຕາມຈົດໝາຍພາຍໃນ ຂອງບໍຣິສັດ ເງິນຊົດເຊີຍສ່ວນໃຫຍ່ ຈຳນວນ 64.84 ລ້ານໂດລ້າຣ໌ສະຫະຣັຖ ຫຼືປະມານ 71% ຂອງຈຳນວນເງິນຊົດເຊີຍທັງໝົດ ຈ່າຍໃຫ້ຣັຖບານລາວ ບໍ່ແມ່ນຈ່າຍໃຫ້ກັບຜູ້ປະສົບພັຍເຂື່ອນແຕກ. ໂດຍລວມແລ້ວ ກໍຄືວ່າ ຜູ້ປະສົບພັຍເຂື່ອນແຕກ ບໍ່ໄດ້ຮັບການຟື້ນຟູຄຸນນະພາບຊີວິດ, ການເປັນຢູ່ ເພື່ອໃຫ້ວິຖີຊີວິດ ມີຄວາມຍືນຍົງ ໄດ້ຕາມຄຳໝັ້ນສັນຍາ.

ຂະນະທີ່ ຍານາງ ສົມປອງ ວຽງຈັນ, ນັກເຄື່ອນໄຫວຕ້ານເຂື່ອນປາກມູນ ແຂວງອຸບົນຣາຊທານີ ປະເທດໄທຍ ກ່າວໃນເວທີແລກປ່ຽນ ຄວາມຄຶດຄວາມເຫັນ ໃນມື້ຄົບຮອບ 5 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນລາວ ໃນມື້ວັນທີ 24 ກໍຣະກະດາ 2023 ນີ້ວ່າ ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຕ້ອງກ້າເວົ້າ, ກ້າສະແດງຄວາມຄຶດຄວາມເຫັນ ເພື່ອກົດດັນໃຫ້ຣັຖບານລາວ ແລະ ຜູ້ມີສ່ວນໄດ້ສ່ວນເສັຽ ກັບໂຄງການເຂື່ອນໄຟຟ້າດັ່ງກ່າວ ຈ່າຍເງິນຊົດເຊີຍໃຫ້ຄົບຖ້ວນ ແລະ ຊ່ອຍຟື້ນຟູສະພາບຈິດໃຈ, ການເປັນຢູ່ ຂອງຜູ້ປະສົບພັຍເຂື່ອນແຕກທຸກຄົນ ໃຫ້ດີຂຶ້ນກວ່າເກົ່າ.

ດັ່ງ ຍານາງ ສົມປອງ ວຽງຈັນ, ນັກເຄື່ອນໄຫວຕ້ານເຂື່ອນປາກມູນ ກ່າວໃນຕອນນຶ່ງວ່າ:

“ບາງເທື່ອເຮົາ ໃນນາມພາກມະນຸສນຳກັນ ກະຢາກໃຫ້ມີຄວາມຄິດຊ່ອຍກັນ, ຫັ້ນນ່າ ວ່າ ເຮົາຄວນຈະດັນໃຫ້ຣັຖບານ ຊົດເຊີຍຄ່າເສັຽຫາຍທີ່ເກີດຂຶ້ນ ກັບການສ້າງເຂື່ອນ. ຄວາມເສັຽຫາຍທີ່ເກີດມາແລ້ວ ເຮັດຈັ່ງໃດ ຊິໃຫ້ເຂົາມາຈ່າຍ ຫຼືວ່າ ກຸ່ມທຶນທີ່ລົງທຶນໄປແລ້ວນີ້ ເຈົ້າມີກຳລັຍ, ແຕ່ຂ້ອຍນີ້ ນັບມື້ ຫາຍະນະໄປເລື້ອຍ.”

ກ່ຽວກັບເຣື່ອງນີ້ ແລະ ໃນວາຣະຄົບຮອບ 5 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ນີ້, ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ກໍກ່າວວ່າ ຕລອດໄລຍະເວລາ 5 ປີມານີ້ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຕ້ອງໃຊ້ຊີວິດ ດ້ວຍຄວາມລຳບາກ ທັງເຣື່ອງສະພາບຈິດໃຈ ແລະ ສະພາບການເປັນຢູ່ ແມ່ນບໍ່ໄດ້ຮັບການຟື້ນຟູ ໃຫ້ມີຄຸນນະພາບຊີວິດ ທີ່ດີຂຶ້ນໄປກວ່າເກົ່າ. ສ່ວນການຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານຜູ້ປະສົບພັຍ ກໍແກ່ຍາວອອກໄປເລື້ອຍໆ ບໍ່ມີກຳນົດວ່າ ຈະຈ່າຍໃຫ້ໃນມື້ໃດກັນແທ້.

ຊາວບ້ານຜູ້ນີ້ ຍັງກ່າວອີກວ່າ ການສູນເສັຽຊີວິດ, ປະເພນີ-ວັທນະທັມ, ການສູນເສັຽຊັພສິນ ໄດ້ສົ່ງຜົລກະທົບ ຕໍ່ສະພາບຈິດໃຈ ຂອງຊາວບ້ານຢ່າງໜັກ ແລະ ຄາດຫວັງວ່າ ຣັຖບານລາວ, ບໍຣິສັດຜູ້ພັທນາເຂື່ອນໄຟຟ້າ ແລະ ຜູ້ມີສ່ວນໄດ້ສ່ວນເສັຽ ທຸກພາກສ່ວນ ຈະລົງມາຢ້ຽມຢາມ ເບິ່ງຄວາມທຸກ-ສຸຂ ແລະ ຟື້ນຟູບ້ານເມືອງ ໃຫ້ກັບມາເປັນປົກກະຕິ, ແຕ່ໃນຄວາມເປັນຈິງ ຊາວບ້ານສ່ວນໃຫຍ່ ຍັງຕ້ອງປະເຊີນກັບ ຄວາມເຈັບປວດ ຕໍ່ສະພາບຈິດໃຈ. ບາງຄົນ ເຈັບປ່ວຍ ແລະເສັຍຊີວິດ ຍັງບໍ່ໄດ້ຮັບຮອດເງິນຊົດເຊີຍກໍມີ. ດັ່ງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄົບຮອບແລ້ວເດ້ 5 ປີນີ້, ບໍ່ເຫັນຜູ້ໃດມາຫາປະຊາຊົນເລີຍນ່າ ດຽວນີ້, ມິດຈີ່ຫຼີ່ເລີຍ. ເຈົ້າເມືອງ, ເຈົ້າແຂວງ ກະບໍ່ມາຢາມມາຢ້ຽມ ມາເບິ່ງຊີວິດການເປັນຢູ່ ຂອງປະຊາຊົນ ກະບໍ່ມາ. ກິນຢາກແນວໃດ ເຮືອນຊານບ້ານຊ່ອງແນວໃດ ເຂົ້ານ້ຳຊາມປາ ເຂົາເຮັດຈັ່ງໃດ, ອັນນີ້ມິດຈີ່ຫຼີ່ເລີຍໂລດ. ບໍ່ເປັນຫ່ວງ ເປັນໃຍກັບປະຊາຊົນ.”

 

 

 



__________________
Anonymous

Date:
RE: ພວກນັກ ວິຊາການ ຫາແດກກິນນຳໂຄງການສ້າງເຂື່ອນ
Permalink   
 


ສ່ວນຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ອີກຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວວ່າ ຊາວບ້ານສ່ວນໃຫຍ່ ຍັງພາກັນໃຊ້ຊີວິດ ດ້ວຍຄວາມທຸກຍາກ ເພາະບໍ່ໄດ້ຮັບການຟື້ນຟູຄຸນນະພາບຊີວິດ ໃຫ້ດີຂຶ້ນເທົ່າທີ່ຄວນ. ບໍ່ມີທີ່ດິນທຳການກະເສດ ຢ່າງພຽງພໍ ລວມເຖິງການຈ່າຍເງິນຊົດເຊີຍຊັກຊ້າ ເຮັດໃຫ້ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ບໍ່ມີທຶນຮອນ ໄປລົງທຶນ ເປັນຕົ້ນ ຊອກຊື້ດິນຕອນໃໝ່ ເພື່ອເຮັດການກະເສດ ທີ່ໝັ້ນຄົງ, ເປີດຮ້ານຂາຍເຄື່ອງຍ່ອຍ ຫຼືຄ້າຂາຍອື່ນໆ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະຍັງຄືເກົ່າຫັ້ນແລ້ວ, ແລ້ວກະດິນດອນຕອນຫຍ້າ ເຂົາກະບໍ່ໄດ້ທຸກຄົນ, ຫັ້ນນ່າ, ໄດ້ບາງຄອບຄົວ. ບາງຄອບຄົວ ກະຖືກດິນປະຊາຊົນ ກະບໍ່ໄດ້ ເຂົາກະເອົາຄືນ. ກະຍັງທຸກຍາກຫັ້ນແລ້ວ ສ່ວນຫຼາຍກະລໍຖ້າເງິນຣາຍການທີ 6 ຫັ້ນແຫຼະ ເພິ່ນກະຍັງບໍ່ທັນໄດ້ອອກຈັກເທື່ອ.”

ທາງດ້ານ ທ່ານ ບຸນເສີດ ເສດທິລາດ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ໃຫ້ສັມພາດ ຜ່ານຣາຍການ ຂອງວິທຍຸກະຈາຍສຽງ ແຫ່ງຊາຕລາວ ໃນມື້ວັນທີ 21 ກໍຣະກະດາ 2023 ທີ່ຜ່ານມາວ່າ ທາງການແຂວງອັດຕະປື, ບໍຣິສັດເກົາຫຼີໃຕ້ ແລະ ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈ່າຍເງິນຊົດເຊີຍ ທັງໝົດ ໃຫ້ກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນມໍ່ໆນີ້.

ນອກຈາກການຮຽກຮ້ອງ ໃຫ້ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ຫຼື PNPC, ຣັຖບານລາວ ແລະ ຣັຖບານເກົາຫຼີໃຕ້ ລວມເຖິງບໍຣິສັດ Ecoplant, ເຊິ່ງເປັນບໍຣິສັດຮັບເໝົາກໍ່ສ້າງ ຈ່າຍເງິນຊົດເຊີຍ ໃຫ້ຄົບຖ້ວນ ແລະ ພຽງພໍ ແລ້ວນັ້ນ, 9 ອົງການຈັດຕັ້ງພາກປະຊາສັງຄົມໄທຍ ແລະ ສາກົລ ຍັງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ແລະ ປະເທດສະມາຊິກ ລຸ່ມແມ່ນ້ຳຂອງ ທົບທວນຄືນ ເຣື່ອງການສ້າງເຂື່ອນໄຟຟ້າ ທຸກແຫ່ງ ທີ່ຈະສ້າງໃສ່ແມ່ນ້ຳຂອງ ແລະ ລຳນ້ຳສາຂາ, ໂດຍຄຳນຶງເຖິງຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ຜົລກະທົບຂ້າມຊາຍແດນ ທີ່ຈະເກີດຂຶ້ນ, ເຊິ່ງຈະສົ່ງຜົລກະທົບ ຕໍ່ປະຊາຊົນ ໃນລຸ່ມແມ່ນ້ຳຂອງ ເປັນຈຳນວນຫຼາຍລ້ານຄົນ.

 



__________________
Anonymous

Date:
Permalink   
 

0AITAGH1012.jpg

ກິນທຸກໂຄງການ ກິນແຕ່ຫົວໜ້າ ປກສ ບ້ານຂຶ້ນໄປຫາຄະນະບ້ານ ການນຳຂັ້ນສູງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard