ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເດືອດ!! ເງິນເຟີ້ ຂາຍແລ້ວລຸດທືນກໍ່ຈຳເປັນຕ້ອງຂາຍ
Anonymous

Date:
ເດືອດ!! ເງິນເຟີ້ ຂາຍແລ້ວລຸດທືນກໍ່ຈຳເປັນຕ້ອງຂາຍ
Permalink   
 


ເດືອດ!! ເງິນເຟີ້

 



__________________
Anonymous

Date:
RE: ເດືອດ!! ເງິນເຟີ້ ຂາຍແລ້ວລຸດທືນກໍ່ຈຳເປັນຕ້ອງຂາຍ
Permalink   
 


REN06BY2_2.jpg

ເຈ້ນາງງາມຂຶ້ນກ່ວາເກົ່າເນ໊າະ ທ່ານ ຫຳໝາແຄ້ງ biggrin



__________________
Anonymous

Date:
Permalink   
 

78516920-a58b-4585-855c-2f07f12d1e2c.jpeg

ຄົນລາວ 1,659 ຄົນ ທີ່ລັກລອບເຮັດວຽກ ຢູ່ປະເທດໄທ ຖືກຈັບ

ເຈົ້າໜ້າທີ່ຕຳຫຼວດໄທ ເມືອງເຂມະຣາດ ແຂວງອຸບົນຣາຊະທານີ ໄດ້ຈັບຄົນງານລາວ 28 ຄົນ ຢູ່ບໍຣິເວນບ້ານຊາຍພູນ ເມືອງເຂມະຣາດ ແຂວງອຸບົນຣາຊະທານີ ຂະນະທີ່ຂີ່ລົດຕູ້ຄັນໜຶ່ງ ມຸ້ງໜ້າໄປຊອກວຽກເຮັດ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 27 ເມສາ 2022.

ກົມການຈັດຫາງານຂອງໄທ ດຳເນີນ ນະໂຍບາຍ ປາບປາມແຮງງານ ຜິດກົດໝາຍໃນ 120 ວັນ ທັງນີ້ ສະເພາະແຕ່ມື້ວັນທີ 5 ຫາ 12 ມິຖຸນາ 2024 ທີ່ຜ່ານມາ (ເປັນໄລຍະເວລາ 8 ມື້) ສາມາດຈັບຄົນລາວ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບບໍ່ຖືກກົດໝາຍ ໄດ້ 1,659 ຄົນ. ອີງຕາມ ການລາຍງານຂອງທ່ານ ສົມຊາຍ ມໍລະກົດສີວັນ ອະທິບໍດີກົມການຈັດຫາງານ ກະຊວງແຮງງານຂອງໄທ ໃນມື້ວັນທີ 13 ມີຖຸນາ 2024 ທີ່ຜ່ານມາ.

ສຳລັບສາເຫດ ທີ່ເຮັດໃຫ້ກົມການຈັດຫາງານຂອງໄທ ດຳເນີນການປາບປາມ ຄົນງານຂ້າມຊາດ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບຜິດກົດໝາຍດັ່ງກ່າວນີ້, ສ່ວນໜຶ່ງ ເປັນຍ້ອນມີຜູ້ຮ້ອງຮຽນຈຳນວນຫລາຍ ແລະ ທາງການໄທ ອາດເປີດໃຫ້ມີການຈົດທະບຽນ ຄົນງານຂ້າມຊາດຮອບໃໝ່ ໃນໄລຍະມໍ່ໆນີ້.

ດັ່ງ ທ່ານອະດິສອນ ເກີດມົງຄົນ ເຄືອຄ່າຍອົງກອນ ດ້ານປະຊາກອນຂ້າມຊາດ (Migrant Working Group) ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ມີຖຸນາ 2024 ນີ້ວ່າ:

(ພາສາໄທ) ທ່ານກ່າວວ່າ ມີຄົນຮ້ອງໄປ ເລື້ອງຂອງແຮງງານ ເຮັດວຽກຂາຍເຄື່ອງອີ່ຫຍັງຈັ່ງຊີ້ ເຂົາກໍເລີຍເຂັ້ມງວດ ຫລາຍຂຶ້ນ ແຕ່ວ່າແທ້ໆ ແລ້ວ ມັນກໍຊິເປັນ ໄລຍະໆ ຢູ່ແລ້ວ ແລ້ວມັນກໍເລີ້ມເຂົ້າໃກ້ ປາຍປີງົບປະມານ ແລ້ວກໍຫລັງໆ ພົບຄົນລັກລອບເຂົ້າມາ ຫລາຍຂຶ້ນ ກຳມະການນະໂຍບາຍເຫັນຊອບ ແລ້ວກໍລໍຖ້າເຂົ້າ ຄຣມ. ລໍຖ້າເຂົ້າທີ່ ປະຊຸມຄະນະ ລັດຖະມົນຕີ ອາທິດຫນ້າກໍຄົງເຂົ້າແລ້ວເຂົ້າປຸ໊ບ ເຂົາກໍຄົງວາງກອບ ວ່າ ຈະເລີ້ມຈົດທະບຽນມື້ໃດ ຖ້າໃຫ້ເຮົາປະເມີນນ່າ ອ່າ ກໍລະກົດ ສິງຫາ ສິງຫາກຳລັງຈະເລີ້ມແລ້ວ.”

ທ່ານກ່າວຕື່ມວ່າ ສຳລັບຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ໄທ ແບບບໍ່ມີໃບອະນຸຍາດ ຫລື ເຮັດວຽກ ນອກເຫນືອຈາກສິດ ທີ່ສາມາດເຮັດໄດ້ ຈະມີໂທດປັບ ແຕ່ 5,000-50,000 ບາດ ໂດຍເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຈະໃຫ້ຄົນງານ ກຸ່ມດັ່ງກ່າວ ຍອມຮັບສາລະພາບວ່າ ກະທຳຄວາມຜິດແທ້, ຈາກນັ້ນ ຜູ້ກ່ຽວກໍຈະຖືກປັບໃໝຂັ້ນຕໍ່າປະມານ 5,000-6,000 ບາດ ແລະ ຖືກພັກດັນກັບປະເທດ ໂດຍບໍ່ມີໂທດຈຳຄຸກ. ທັງນີ້ຜູ້ກ່ຽວຈະບໍ່ສາມາດ ຂໍຮັບໃບອະນຸຍາດເຮັດວຽກໄດ້ ຈົນກວ່າ ຈະພົ້ນໂທດມາແລ້ວ ເປັນໄລຍະເວລາ 2 ປີ. ແຕ່ທີ່ຜ່ານມາ ຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບບໍ່ຖືກກົດໝາຍ ສ່ວນຫລາຍແມ່ນພົບ ໃນວຽກງານ ຂະແຫນ່ງບໍລິການ.

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard