ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 26 ຕຸລາ ວັນປາບປາມນັກສຶກສາ ເພື່ອປະຊາທິປະໄຕ
Anonymous

Date:
26 ຕຸລາ ວັນປາບປາມນັກສຶກສາ ເພື່ອປະຊາທິປະໄຕ
Permalink   
 


26 ຕຸລາ ວັນປາບປາມນັກສຶກສາ ເພື່ອປະຊາທິປະໄຕ

2011-10-26

ວັນທີ 26 ຕຸລາ 2011 ເປັນມື້ ຄົບຮອບ 12 ປີ ຂອງການ ປາບປາມ ການເດີນ ຂະບວນ ຂອງ ນັກສຶກສາ ລາວ ເພື່ອ ປະຊາທິປະໄຕ ທີ່ ນະຄອນຫລວງ ວຽງຈັນ.

FI-Chao-Anouvong.jpg

ໃນມື້ ສໍາຄັນນີ້ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະໄຕ ໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ ຣັຖບານ ສະຫະຣັຖ ອະເມຣິກາ, ສະພາກາຊາດ ສາກົນ, ອົງການ ສະຫະ ປະຊາຊາດ ແລະ ໂດຍສະເພາະ ອົງການ ຂ້າຫລວງໃຫຍ່ ດ້ານ ສິດທິມະນຸດ ແລະ ອົງການ ທີ່ບໍ່ ສັງກັດ ຣັຖບານ ສາກົນ ຕ່າງໆ ຊ່ວຍ ຮຽກຮ້ອງ ໃຫ້ຣັຖບານ ລາວ ປ່ອຍໂຕ ຜູ້ນໍາ ນັກສຶກສາ ທີ່ຍັງຖືກ ກັກຂັງຢູ່ ທີ່ມີຊຶ່ ດັ່ງຕໍ່ໄປນີ້: ທ່ານ ທອງປຣະເສີດ ເກື້ອກູນ, ທ່ານ ແສງອາລຸນ ແພງພັນ, ທ່ານ ບົວວັນ ຈັນມະນີວົງ ແລະ ທ່ານ ແກ້ວໄຈ.

ໃນວັນທີ 26 ຕຸລາ 1999 ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະໄຕ ພ້ອມກັບ ຊາວລາວ ທີ່ ສນັບສນູນ ຫລາຍຮ້ອຍຄົນ ໄດ້ທ້ອນໂຮມກັນ ວາງແຜນ ເພື່ອຊຸມນຸມ ປະທ້ວງ ແບບສັນຕິ ວິທີ ຢູ່ຕໍ່ໜ້າ ສໍານັກງານ ປະທານ ປະເທດ ຕໍ່ຈາກນັ້ນ ກໍຈະພາກັນ ແຮ່ຂະບວນ ເດີນປະທ້ວງ ໄປສູ່ ອະນຸສາວະລີ ເພື່ອຮຽກຮ້ອງ ໃຫ້ມີການ ປະຕິຮູບ ທາງການເມືອງ, ກໍາຈັດ ການ ສໍ້ຣາສ ບັງຫລວງ ທຸກຮູບແບບ, ໃຫ້ມີຄວາມ ສເມີພາບ ດ້ານ ການສຶກສາ, ໃຫ້ມີ ລະບົບ ການຮັກສາ ສຸຂພາບ ທີ່ຕ້ອງການ ຢ່າງທົ່ວເຖິງ, ໃຫ້ມີ ການນັບຖື ສິດທິມະນຸດ ຕາມທີ່ ກົດໝາຍ ໄດ້ຣະບຸໄວ້ ແລະ ໃຫ້ມີຫລາຍ ພັກການເມືອງ.

ແຕ່ໜ້າ ເສັຍດາຍ ການປະທ້ວງ ເພື່ອ ສເນີຂໍ້ ຮຽກຮ້ອງຕ່າງໆ ຍັງບໍ່ທັນໄດ້ ເລີ້ມຂຶ້ນ ຜູ້ນໍາຂອງ ຂະບວນການ ດັ່ງກ່າວ ກໍໄດ້ຖືກ ສາຍລັບ ອ້ອມຈັບ ແລະ ນໍາໂຕໄປ ຂັງໄວ້ ຈົນເຖິງ ປັດຈຸບັນນີ້. 1 ໃນແກນນໍາ 5  ຄົນ ນັ້ນແມ່ນ ທ່ານ ຄໍາພູວຽງ ສີສະອາດ ໄດ້ ເສັຍຊີວິດ ໃນລະຍະ ທີ່ຖືກ ຄຸມຂັງ ໃນຄຸກ ຊໍາເຄ້ ເມື່ອປີ 2001.

ເຖິງຢ່າງໃດ ກໍຕາມ ຍານາງ ນວມຄໍາ ຄໍາພິລາວົງ ນຶ່ງໃນຈໍານວນ ຜູ້ນໍາ ຂອງ ຂະບວນການ ເພື່ອ ປະຊາທິປະໄຕ ທີ່ສາມາດ ໜີລອດ ອອກມາໄດ້ ແລະ ມາອາສັຍ ຢູ່ເມືອງ ຊີອາໂຕ້ ຣັຖວໍຊິງຕັນ ສະຫະຣັຖ ອະເມຮິກາ ປັດຈຸບັນນີ້, ໄດ້ກ່າວ ດ້ວຍຄວາມຫວັງ ໃນການ ໃຫ້ສໍາພາດ ຕໍ່ ວິທຍຸ ເອເຊັຍເສຣີ ວ່າ:

"ອັນນີ້ ຂ້າພະເຈົ້າ ກໍຫວັງວ່າ ຊິມີ ການປ່ຽນແປງ ໃນ ອະນາຄົດ ເພາະວ່າແຕ່ 1999 ມາຮອດ ດຽວນີ້ ທາງ ຣັຖບານ ລາວ ທາງປະເທດ ບ້ານເມືອງ ກ່າຮູ້ສຶກວ່າ ມີການປ່ຽນແປງ ຫລາຍ ທິດທາງ. ເຮົາກ່າມີ ຄວາມດີໃຈ ເພາະວ່າ ຈັ່ງໃດ ກໍແມ່ນ ປະເທດເຮົາ ເຮົາກໍຢາກເມືອ ຢາກໃຫ້ທາງ ຣັຖບານ ລາວ ມີຄວາມ ຖືກຕ້ອງ ປອງດອງ ກັບພວກ ພາຍນອກ ຫລືວ່າ ພາຍໃນ ຢາກໃຫ້ ປຸ້ມລຸມກັນ".

ຫົກຄົນ ໃນຈໍານວນ ຜູ້ນໍາ 11 ຄົນ ຂອງ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະໄຕ ໄດ້ໜີຈາກ ການຈັບກຸມ ເມື່ອ ວັນທີ 26 ຕຸລາ 1999 ມາໄດ້ ແລະ ໄດ້ຕັ້ງຖິ່ນຖານຢູ່ ເມືອງ ຊີອາໂຕ້ ຣັຖ ວໍຊິງຕັນ ສະຫະຣັຖ ອະເມຮິກາ.



__________________
Anonymous

Date:
Permalink   
 

ຊົມເຊີຍນໍ້າໃຈວັນທີ 26 ຕູລາ ຢ່າງສຸດໃຈແລະຫວັງວ່າມືີ້ນຶ່ງລາວຈະກາຍເປັນປະເທດທີ່ມີປະຊາທິປະໄຕແລະມີເອກະລາດຢ່າງ

ແທ້ຈິງ !



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard