ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ຕິດເຊື້ອ HIV ກວ່າ 4,600 ຄົນ ຢູ່ລາວ
Anonymous

Date:
ຜູ້ຕິດເຊື້ອ HIV ກວ່າ 4,600 ຄົນ ຢູ່ລາວ
Permalink   
 


 

ຜູ້ຕິດເຊື້ອ hiv ກວ່າ 4,600 ຄົນ ຢູ່ລາວ

ຢູ່ສປປ ລາວ ມີຜູ້ ຕິດເຊື້ອ ວາຍຣັສ /ໂຣຄ ເອດສ໌ ກວ່າ 4,600 ຄົນ ຂອງ ຈຳນວນ ເກືອບຮອດ 300,000 ຄົນ ທີ່ໄປ ກວດເລືອດ.

011-11-07

image_thumb

 

ທາງການ ສປປລາວ ມີບັນຫາ ທີ່ ປະຊາຊົນ ມີຄວາມສ່ຽງ ຕໍ່ ກາຣຕິດເຊື້ອ ໄວຣັສ ເອັຄຊ໌ໄອວີ/ໂຣຄເອດສ໌ (HIV/AIDS) ຢ່າງ ຫລວງຫລາຍ ດັ່ງຈະ ເຫັນໄດ້ ຈາກຂໍ້ມູລ ຂອງ ຫ້ອງກາຣ ກ່ຽວຂ້ອງ ທີ່ວ່າ ມີ ຜູ້ຕິດເຊື້ອ HIV 4,612 ຄົນ ໃນຈຳນວນ ຜູ້ຄົນ ທີ່ໄປ ກວດເລືອດ ດ້ວຍຄວາມ ສມັກໃຈ ຂອງກຸ່ມຄົນ ທີ່ມີຄວາມ ສ່ຽງຕໍ່ ກາຣຕິດເຊື້ອ ເກືອບຮອດ 300,000 ຄົນ ຊຶ່ງ ໃນນັ້ນ ເປັນຜູ້ຊາຍ 55% ແລະ ພາຍຫຼັງທີ່ ກວດເລືອດ ແລ້ວ ກໍພົບເຫັນ ມີຜູ້ເປັນ ໂຣຄເອດສ໌ ແລ້ວ 2,937 ຄົນ.

ຜົລຂອງກາຣ ສໍາຣວຈ ແລະ ກວດເລືອດ ຍັງແສດງ ໃຫ້ເຫັນ ອີກວ່າ ແຂວງທີ່ມີ ຜູ້ຕິດ ໄວຣັສ ໂຣຄເອດສ໌ ຫລາຍທີ່ສຸດ ໃນລາວ ນັ້ນແມ່ນ ແຂວງ ສວັນນະເຂຕ ທີ່ມີ ທັງໝົດ 6,661 ຄົນ, ຮອງລົງມາ ແມ່ນ ນະຄອນຫລວງ ວຽງຈັນ ທີ່ມີ ທັງໝົດ 1,615 ຄົນ,ຖັດລົງມາ ແມ່ນ ແຂວງ ຈຳປາສັກ ທີ່ມີ 471 ຄົນ ແລະ ນ້ອຍທີ່ສຸດ ແມ່ນ ແຂວງ ຜົ້ງສາລີ ທີ່ມີ ແຕ່ 9 ຄົນ ເທົ່ານັ້ນ.

ທາງເຈົ້າ ໜ້າທີ່ ຈາກຫ້ອງກາຣ ກ່ຽວຂ້ອງ ໄດ້ໃຫ້ ທັສນະ ເພີ່ມວ່າ ກາຣທີ່ ພົບເຫັນ ມີຜູ້ຕິດ ເຊື້ອໂຣຄເອດສ໌ ຫລາຍ ຢູ່ແຂວງ ສວັນນະເຂຕ ນັ້ນ ກໍເນື່ອງ ຈາກວ່າ ມີຕາໜ່າງ ກາຣກວດ ເລືອດ ຄວບຄຸມ ທຸກໆເມືອງ ນັ້ນກໍ ເປັນໄດ້, ໃນຂນະທີ່ ເຂຕແຂວງ ອື່ນໆນັ້ນ ຍັງມີຫລາຍໆ ຕົວເມືອງ ທີ່ຍັງ ບໍ່ທັນມີ ຕາໜ່າງ ກາຣ ກວດເລືອດ ນັ້ນເທື່ອ.

ພ້ອມດຽວ ກັນນີ້ ທາງເຈົ້າ ໜ້າທີ່ ກໍໄດ້ກ່າວ ດ້ວຍຄວາມ ເປັນຫ່ວງວ່າ ກຸ່ມທີ່ ຕິດເຊື້ອ ໂຣຄເອດສ໌ ຫລາຍ ທີ່ສຸດ ນັ້ນ ເປັນກຸ່ມຄົນ ທີ່ຢູ່ໃນ ວັຍເຈຣີນພັນ ທີ່ມີ ອາຍຸ ໃນຣະຫວ່າງ 20-39 ປີ ແລະ ຍັງມີ ແນວໂນ້ມ ທີ່ຈະມີ ຫລາຍເພີ່ມ ຂຶ້ນເລື້ອຍໆ ເນື່ອງຈາກ ມີພວກ ແຮງງານ ເຄື່ອນທີ່ ຢ່າງ ຫລວງຫລາຍ ພ້ອມກັບ ພຶຕຕິກັມ ທາງເພສ ໃນກຸ່ມ ຍິງສາວ ບໍຣິກາຣ ໄດ້ເພີ່ມຂຶ້ນ ນັ້ນເອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard