ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນສລຸບກອງປະຊຸມ MRC
Anonymous

Date:
ຜົນສລຸບກອງປະຊຸມ MRC
Permalink   
 


ຜົນສລຸບກອງປະຊຸມ MRC

ຄນະ ກັມມາທິການ ແມ່ນໍ້າຂອງ ທີ່ ປະຊຸມກັນ ຢູ່ ເມືອງ ຊຽມຣຽບ ໃນ ວັນທີ 8 ທັນວາ 2011 ນີ້ ສລຸບວ່າ ຈໍາເປັນ ຕ້ອງມີການ ສຶກສາ ຕໍ່ໄປອີກ ກ່ຽວກັບ ການ ພັທນາ ທີ່ ຍືນຍົງ ແລະ ການ ບໍຣິຫານ ແມ່ນໍ້າຂອງ ຮວມເຖິງ ຜົນກະທົບ ທີ່ ອາຈເກີດ ຈາກ ໂຄງການ ພັທນາ ໄຟຟ້າ ນໍ້າຕົກ ຕ່າງໆ. ຕາມ ຖແລງການ ຂອງ MRC.

F-Stop-xayaburi-dam.jpg

MCOT online news

ເຄືອຂ່າຍ ປະຊາຄົມໄທ ປະທ້ວງ ຮຽກຮ້ອງ ໃຫ້ເລີກລົ້ມ ໂຄງການ ສ້າງເຂື່ອນ ໄຊຍະບູຣີ

ບັນດາ ສະມາຊິກ ສະພາ ອັນ ປະກອບດ້ວຍ ຣັຖມົນຕຣີ ນໍ້າ ແລະ ສະພາບ ແວດລ້ອມ ຈາກ ກັມພູຊາ ລາວ ໄທ ແລະ ວຽດນາມ ໄດ້ຕົກລົງ ໃນທາງ ຫລັກການ ທີ່ ຈະສເນີ ໄປຍັງ ຣັຖບານ ຍີ່ປຸ່ນ ແລະ ຄູ່ພາຄີ ເພື່ອການ ພັທນາ ສາກົນ ຕ່າງໆ ເພື່ອໃຫ້ການ ສນັບສນູນ ການສຶກສາ ກ່ຽວກັບ ຜົນກະທົບ ນັ້ນ.

ນັ້ນຄື ຂໍ້ຕົກລົງ ເພື່ອຕອບ ສນອງ ການ ປຶກສາ ຫາຣືກັນ ຂອງ ນາຍົກ ຣັຖມົນຕຣີ 4 ປະເທດ ສະມາຊິກ MRC ຄື: ລາວ ກັມພູຊາ ໄທ ແລະ ວຽດນາມ ຢູ່ກອງ ປະຊຸມ ຄັ້ງທີ 3 ແມ່ຂອງ-ຍີ່ປຸ່ນ ທີ່ ເກາະບາຫລີ ປະເທດ ອິນໂດເນເຊັຽ ເມື່ອເດືອນ ພຶສຈິກາ ຜ່ານມາ ນອກ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 19.

ນາຍົກ ຣັຖມົນຕຣີ ທັງ 4 ທ່ານ ໄດ້ສລຸບ ຢູ່ກອງ ປະຊຸມ ປະຈໍາປີ ເພື່ອ ສົນທະນາ ຂັ້ນຕອນ ການປຶກສາ ຫາຣື ລ່ວງໜ້າ ສໍາລັບ ໂຄງການ ເຂື່ອນ ໄຊຍະບູຣີ ພ້ອມກັບ ບັນຫາ ການປົກຄອງ ແລະ ບໍຣິຫານ ອື່ນໆ. 
ຜົນຂອງການ ສົນທະນາ ໃນມື້ວັນ ພຣະຫັດ ນີ້ ສະແດງ ວ່າ ປະເທດ ສະມາຊິກ ແມ່ນໍ້າຂອງ ສືບຕໍ່ ພັນທະ ເຮັດວຽກ ຮ່ວມກັນ ຕາມຈິດໃຈ ຂໍ້ຕົກລົງ ແມ່ນໍ້າຂອງ ເພື່ອ ການພັທນາ ເສຖກິດ ໂດຍ ບໍ່ໃຫ້ມີ ຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນໃນ ພູມີພາກ ແລະ ຣະບົບນິເວດ ໃນ ແມ່ນໍ້າຂອງ.

ທ່ານ Lim Kean Hor ປະທານ ສະພາ MRC ຣັຖມົນຕຣີ ແຫລ່ງນໍ້າ ແລະ ຊັພຍາກອນ ຂອງ ກັມພູຊາ ກ່າວວ່າ ການສຶກສາ ເພີ່ມຕື່ມ ຕໍ່ໄປ ຈະຊ່ວຍໃຫ້ ວາດພາບ ໄດ້ຢ່າງ ສົມບູນ ຫລາຍຂຶ້ນ ສໍາລັບ ທັງ 4 ປະເທດ ເພື່ອທີ່ຈະ ສາມາດ ຫາຣືກັນ ກ່ຽວກັບ ການພັທນາ ແລະ ການຈັດ ການ ບໍຣິຫານ ແຫລ່ງນໍ້າ ທີ່ໃຊ້ ຮ່ວມກັນ ນັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard