ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຖານທີ່ບັນເທິງ 7 ແຫ່ງຖືກສັ່ງປິດ
Anonymous

Date:
ສະຖານທີ່ບັນເທິງ 7 ແຫ່ງຖືກສັ່ງປິດ
Permalink   
 


ສະຖານທີ່ບັນເທິງ 7 ແຫ່ງຖືກສັ່ງປິດ

F-Vangvieng-tourists.jpg
ນັກທ່ອງທ່ຽວ ໃນເມືອງວັງວຽງ

ທາງການ ເມືອງວັງວຽງ ສັ່ງປິດ ສະຖານທີ່ ບັນເທິງ 7 ແຫ່ງ ທີ່ດອນຄັງ ເຂດແມ່ນໍ້າຊອງ ພາຍຫລັງ ກວດພົບເຄື່ອງດື່ມ ເປັນເຫລົ້າ ທີ່ມີເຫັດ ຂີ້ຄວາຍເປັນ ສ່ວນປະສົມ ດື່ມແລ້ວມຶນເມົາ ກ່ອມປະສາດ ແຖມຍັງມີ ກັນຊາ ໄວ້ຄອຍ ບໍຣິການ ແລະ ເປີດເກີນເວລາ ທີ່ທາງການ ກໍານົດ ເຮັດໃຫ້ຊາວບ້ານ ໃກ້ຄຽງ ບໍ່ພໍໃຈ. ທ່ານພູວຽງ ສີໄກສອນ ຫົວໜ້າ ຫ້ອງການ ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ:

"ມີ 7 ແຫ່ງ ຖືວ່າຂະເຈົ້າ ປະຕິບັດ ກາຍໂມງເວລາ ຖືວ່າຣົບກວນ ຂ້າງຄຽງຫັ້ນ ເຮົາໄດ້ຮຽກ ມາເອີ້ນ ປຶກສາຫາຣື ກັນແລ້ວ ຖືວ່າໃຫ້ ຂະເຈົ້າປິດ ຊົ່ວຄາວ ບໍ່ໃຫ້ເຮັດ ເປັນບາຣ ບັນເທິງກາງແຈ້ງ ມັນມົ້ວສຸມ ສູບກັ່ນຊາ ສູບຫຍັງ ເອີ້ນວ່າມັນ ສວຍໂອກາດ".

ສະຖານ ບັນເທິງ 7 ແຫ່ງນັ້ນ ຕັ້ງຢູ່ຕົວເມືອງ ວັງວຽງ ເຂດທີ່ມີ ບ້ານພັກ ແລະ ບ້ານເຮືອນ ຂອງ ປະຊາຊົນ ຈໍານວນ ບໍ່ໜ້ອຍ ຊຶ່ງ ປະຊາຊົນ ກໍໄດ້ສົ່ງເຣື່ອງ ຮ້ອງຮຽນໄປຍັງ ໜ່ວຍງານ ທີ່ກ່ຽວຂ້ອງ ຍ້ອນສະຖານ ບັນເທິງ ມີການລັກ ຂາຍຢາເສພຕິດ ໃຫ້ລູກຄ້າ ຜູ້ມາໃຊ້ ບໍຣິການ ເປັນນັກ ທ່ອງທ່ຽວ ແລະ ເດັກວັຍຫນຸ່ມ-ສາວ ໃນເຂດນັ້ນເອງ. ກ່ຽວກັບ ການສັ່ງປິດ ນັ້ນ ທ່ານພູວຽງ ບອກວ່າ ທາງຮ້ານ ຍັງຂາຍ ອາຫານ ໄດ້ໃນ ຕອນກາງເວັນ:

"ໃຫ້ເຮັດເປັນ ຮ້ານອາຫານ ເປີດເພງເບົາໆ ກິນອາຫານ ແລະ ກໍເປັນທີ່ພັກ ເຮັດສວນ ສາທາຣະນະ ຕ່າງໆ ຢູ່ຫັ້ນ ບໍ່ໃຫ້ມີຄົນ ແຊວ ອຶກກະທຶກ ແບບມົ້ວສຸມ ຢາເສພຕິດ ມົ້ວສຸມ ສິ່ງທີ່ບໍ່ດີ ຢູ່ໃນຫັ້ນ ອັນນີ້ມັນ ເປັນບ່ອນ ບາຣເຫລົ້າ ມັນບໍ່ຖືກ".

ສະຖານ ບໍຣິການ ທັງ 7 ແຫ່ງ ໄດ້ເປີດ ບໍຣິການ ເກີນເວລາ ແລະ ມີການຊື້ຂາຍ ຢາເສພຕິດ ໃຫ້ນັກທ່ອງທ່ຽວ ແລະ ໜຸ່ມສາວ ຊາວລາວ ຊຶ່ງທາງການ ເມືອງວັງວຽງ ຕ້ອງສັ່ງໃຫ້ປິດ ຊົ່ວຄາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard