ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບ້ານດົງໂພສີອາຈມີ ເຂດເສຖກິດເຖິງ 3 ບ່ອນ
Anonymous

Date:
ບ້ານດົງໂພສີອາຈມີ ເຂດເສຖກິດເຖິງ 3 ບ່ອນ
Permalink   
 


ບ້ານດົງໂພສີອາຈມີ ເຂດເສຖກິດເຖິງ 3 ບ່ອນ

ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ນຶ່ງ ເວົ້າເຖິງ ເຣື້ອງນີ້ວ່າ:

“ຂອງດົງໂພສີ (ມີ) golf Long Thanh ກັບວຽງຈັນ ເນຣະມິຕ ເຂດ ວັທນະທັມ”

ເວລານີ້ ເຂດວຽງຈັນ ເນຣະມິຕ ກຳລັງຢູ່ໃນ ຂັ້ນຕອນ ການເຈຣະຈາ ສັນຍາ ກັບບໍຣິສັດ ຕ່າງປະເທດ ທີ່ເປັນຜູ້ ສັມປະທານ ຊຶ່ງຈະພັທນາ ເຂດດັ່ງກ່າວ ເປັນເຂດ ການຄ້າ ແລະ ການບໍຣິການ ຕ່າງໆ ສ່ວນເຂດສວນ ວັທນະທັມນັ້ນ ຢູ່ໃນຣະຫວ່າງ ການສຶກສາ ຄວາມເປັນໄປໄດ້ ໂດຍຈະເປັນ ເຂດການ ບໍຣິການ ທ່ອງທ່ຽວ.

ຢ່າງໃດກໍດີ ເມື່ອ ປະຊາຊົນ ຮູ້ຂ່າວວ່າ ຈະມີການ ສ້າງເຂດ ເສຖກິດ ໃນບ້ານ ດົງໂພສີ ເພີ້ມຂຶ້ນອີກ ກໍມີຄວາມ ວີຕົກ ກັງວົນວ່າ ພວກຕົນທີ່ ອາໄສ ຢູ່ໃນພື້ນທີ່ ຈະຕ້ອງເສັຍ ດິນດອນຕ່ອນຫຍ້າ ເພີ້ມຂຶ້ນອີກ ດັ່ງຊາວ ດົງໂພສີ ຜູ້ນຶ່ງເວົ້າວ່າ:

“ແຕ່ວ່າໂຕ ທີ່ຈະມີ ກໍວຽງຈັນ ເນຣະມິຕ ເພາະມັນຢູ່ ໃນບ້ານຄົນ ພື້ນທີ່ຂອງສວນ ວັທນະທັມ ມັນກໍກວ້າງ ເປັນຂອງຣັຖ ຢູ່ແລ້ວ ບໍ່ໜ້າສີ່ ມີຜົນກະທົບ”.

ທີ່ຜ່ານມາ ຊາວບ້ານ ດົງໂພສີ ຈຳນວນບໍ່ໜ້ອຍ ຕ້ອງເສັຍດິນ ແລະ ບ້ານເຮືອນ ໃຫ້ແກ່ ການກໍ່ສ້າງ ໂຄງການສະໜາມ ກ໊ອຝ ລອງທັ່ນ ແບບບໍ່ມີສິທ ຄັດຄ້ານ ແຕ່ເຖິງຢ່າງໃດ ກໍດີ ທາງການ ກ່ຽວຂ້ອງ ຍັງບໍ່ໄດ້ ເວົ້າວ່າ ໂຄງການສ້າງ ເຂດ ວຽງຈັນ ເນຣະມິຕ ແລະ ເຂຕສວນ ວັທນະທັມ ຈະມີຜົນ ສະທ້ອນຕໍ່ດິນ ຂອງ ປະຊາຊົນ ຫລືບໍ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard