ຍິງປືນຖືກສາຍໄຟຟ້າຂາດເສຍຊີວິດ 9 ຄົນ
*( ຂປລ ) ເຫດເກີດເມື່ອຕອນແລງວັນທີ 12 ພຶດສະພາ 2012 ນີ້ , ທີ່ຄຸ້ມຍຸນທອງ ບ້ານນາຕ້າງ ເມືອງຊຳເໜືອ ແຂວງຫົວພັນ. ຫຼັງຈາກທີ່ປະຊາຊົນໄດ້ປະ ກອບພິທີທາງສາສະໜາ ( ຍ້າຍຜີເຊີນ ) ຈາກບ້ານເກົ່າມາຮັກສາໄວ້ຢູ່ບ້ານໃໝ່. ເມືອສຳເລັດພິທີແລ້ວໄດ້ພ້ອມກັນຍ່າງກັບຄືນເມືອບ້ານ ພໍຮອດກາງພູ ໃກ້ຈະຮອດບ້ານ ທ . ອຳພອນ ໄດ້ພະລາດລົ້ມກິ້ງ ລົງພູປະມານ 6 ແມັດ ແລະ ເສຍຊີວິດຄາທີ່ .
ຈາກນັ້ນທ . ສິງພອນ ຊຶ່ງເປັນ ປກສ ບ້ານໄດ້ເອົາປືນອາວຸດເສິກ ( ຍີ້ຫໍ້ມະດົກມ້າ ) ຢູ່ເຮືອນຂອງຜູ້ກ່ຽວມາຍິງຂຶ້ນຟ້າຈຳນວນ 1 ນັດ ເພື່ອເຕືອນໃຫ້ຊາວ ບ້ານຮັບຮູ້ວ່າມີເຫດເກີດຂຶ້ນ ແຕ່ບັງເອີນລູກປືນໄດ້ຖືກສາຍໄຟຟ້າແຮງກາງ 22 kv. ເຮັດໃຫ້ສາຍໄຟຟ້າຂາດໜຶ່ງເສັ້ນ ແລ້ວຕົກລົງມາສູ່ພື້ນດິນບໍລິເວນນັ້ນ ພໍດີ . ຈິງເຮັດໃຫ້ໄຟຊ໋ອດ ແລະ ມີຄົນເສຍ ຊີວິດຈຳນວນ 9 ຄົນ . ປະກອບມີ : ທ . ສິງພອນ ອາຍຸ 42 ປີ ( ຜູ້ຍິງປືນ ), ທ . ບຸນ ອາຍຸ 16 ປີ ( ລູກຂອງ ທ . ສິງພອນ ), ນ . ເພັງ ອາຍຸ 14 ປີ , ນ. ຈັນ ອາຍຸ 7 ປີ , ທ . ໝັ້ນ ອາຍຸ 9 ປີ , ນາງບົງ ອາຍຸ 13 ປີ , ນ. ວັນ ອາຍຸ 9 ປີ , ທ້າວ ຈັນ ອາຍຸ 17 ປີ ແລະ ນາງວອນ ອາຍຸ 15 ປີ . ທັງໝົດເປັນ ປະຊາຊົນຄຸ້ມຍຸນທອງ ບ້ານນາຕ້າງ ເມືອງຊຳເໜືອ ແຂວງຫົວພັນ . ກໍລະນີດັ່ງກ່າວເຈົ້າໜ້າທີ່ໄດ້ສະຫຼຸບເບື້ອງຕົ້ນວ່າເປັນອຸບັດຕິ ເຫດໂດຍບັງເອີນບໍ່ໄດ້ກ່ຽວຂ້ອງກັບເຕັກນິກຂອງການກໍ່ສ້າງໄຟຟ້າ . ດັ່ງນັ້ນຈິ່ງບໍ່ແມ່ນຄວາມຜິດພາດຂອງບໍລິສັດ ເພັດໄລວັນ ຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟຟ້າແຕ່ຢ່າງໃດ ເຖິງແມ່ນວ່າຕາຂ່າຍດັ່ງກ່າວແມ່ນພວມຢູ່ໃນໄລຍະການ ກໍ່ສ້າງ ແລະ ຕິດຕັ້ງ . ຢ່າງໃດກໍຕາມທາງບໍລິສັດຜູ້ຮັບເໝົາກໍ່ ສ້າງໄດ້ມອບເງິນຊ່ວຍເຫຼືອປົງສົບຈຳນວນ 5 ລ້ານກີບ , ລັດວິສາຫະກິດໄຟຟ້າລາວສາຂາແຂວງຫົວພັນຊ່ວຍເຫຼືອ 2 ລ້ານກີບ . ພ້ອມທັງສົ່ງບົດລາຍງານ ແລະ ບົດສະເໜີມາຍັງພະແນກສະຫວັດດີການ ແລະ ສັງຄົມແຂວງເພື່ອຫາທາງຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດຕໍ່ໄປ .
https://bothbest.wixsite.com/bamboo-flooringhttps://spcfactory.blogspot.comhttps://bothbestbamboo.blogspot.comhttps://hssolar.blogspot.comhttps://blog.libero.it/wp/bothbestbamboohttps://qualityherb.livepositively.comhttps://www.hentai-foundry.com/user/bothbest/blogs/https://www.hentai-foundry.com/user/chinabamboo/blogs/https://zybuluo.com/bothbest/note/2623191https://squidwardcc.org/forum/viewtopic.php?t=19219https://www.chambers.com.au/forum/view_post.php?frm=3&pstid=108110https://qualityherb.livepositively.com/distressed-and-hand-scraped-bamboo-flooring/https://spcfactory.blogspot.com/2025/09/strand-woven-vs-horizontal-vs-vertical.htmlhttps://bothbestbamboo.blogspot.com/2025/09/carbonized-bamboo-flooring-natural.htmlhttps://blog.libero.it/wp/bothbestbamboo/2025/09/11/not-all-bamboo-flooring-is-the-same-brands-grades-and-durability/https://www.hentai-foundry.com/user/chinabamboo/blogs/20395/Solid-Strand-Woven-Bamboo-Flooring-A-Grey-Stain-Perspectivehttps://bothbest.wixsite.com/bamboo-flooring/post/is-bamboo-flooring-really-durable-what-every-homeowner-needs-to-knowhttps://arizonaadam.com/forum/topic/how-long-does-bamboo-flooring-last-maintenance-and-manufacturing-tips-that-matter/