ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ
Anonymous

Date:
ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ
Permalink   
 


ໝໍນີ້ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ

reduce%2Bpoor.jpg

10958717_10203579697324053_5849161723887973755_o.jpg540371_10203579691803915_6444743864837797129_n.jpg?oh=d71670209209c9e4805bc183f179c5c6&oe=5567BFC5&__gda__=1431988911_c9165da553b538542ed2bc2effea3693

ຢູ່​ລາວຍັງ​ມີ​ 92 ພັນ​ກ່ວາ​ຄອບຄົວ​ທຸກ​ຍາກ

  ທ່ານ ຈິດ ທະວິ​ໃສ  ຫົວໜ້າຫ້ອງການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ​​​ໄດ້​​ໃຫ້​ສໍາພາດ​ຕໍ່ນັກ​ຂ່າວກ່ຽວກັບ​ການ​ກວດກາ​ຕີ​ລາຄາ​ຄວາມທຸກ​ຍາກ ​ແລະ ການ​ພັດທະນາ 5 ປີ (2011-2015) ​ໃນວັນ​ທີ 4 ກຸມພາ ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ໂດຍ​ປະ​ຕິບັດ​ຕາມ​ດໍາລັດ ​ເລກທີ 309/ນຍ, ລົງ​ວັນ​ທີ 14/11/2013 ວ່າ​ດ້ວຍ​ມາດ​ຕະຖານ​ຄວາມທຸກ​ຍາກ ​ແລະ ມາດ​ຕະການ​ການ​ພັດທະນາ (2013-2015) ທີ່​ລະບຸ​ວ່າທຸກໆ 5 ປີ ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດ ຕ້ອງ​ມີ​ການ​ທົບ​ທວນກວດກາ ​ແລະ ຕີ​ລາຄາ​ລະດັບ​ຊາດ. ດັ່ງ​ນັ້ນ ທ່ານ ນາຍົກລັດຖະມັນ​ຕີ​ໄດ້ອອກ​ຄໍາ​ສັ່ງ​ ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຮາກ​ຖານ​ທົ່ວ​ປະ​ເທດ​ດໍາ​ເນີນ​ການ​ກວດ​ກາ​ຕີ​ລາຄາຄວາມທຸກ​ຍາກ ແລ​ະ ການ​ພັດທະນາ 5 ປີ ຢ່າງ​ເປັນ​ເອກະ​ພາບ​ກັນ​ເຊິ່ງຈະ​​ເລີ່​ມ​ແຕ່​ເດືອນ​ກຸມພາ​ ແລະ ​ໃຫ້ສໍາ​ເລັດ​ໃນ​ເດືອນ​ມີນານີ້. ​ເພື່ອ​ສ່ອງ​ແສ່ງ​ໃຫ້​ເຫັນ​ຢ່າງ​ພາວະ​ວິ​ໄສ, ຖືກຕ້ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ ຄວາມ​ຄືບໜ້າ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ  ການ​ສ້າງ​ບ້ານ​ພັດທະນາ, ການ​ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ​ໃນ​ໄລຍະ 5 ປີຜ່ານມາ, ​ໂດຍ​ອິງ​ຕາມ​ຄາດໝາຍສູ້​ຊົນ​ທີ່​ໄດ້​ລະບຸ​ໄວ້​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IX  ຂອງ​ພັກ. ຕາມ​ສະ​ຖິຕິ​ປີ 2014 ຍັງ​ມີ ​ 92  ພັນ​ກ່ວາຄອບຄົວ ​ແລະ 1.900 ກວ່າ ບ້ານຍັງທຸກ​ຍາກ. ບັນຫາ​ດັ່ງກ່າວ​​ເປັນ​ສິ່ງ​ທີ່​ທ້າ​ທາຍ​ໃຫ້​ແກ່​ຜູ້​ຮັບຜິດຊອບ​ໃນ​ການ​ແກ້​ໄຂ​​ໃນ​ຂະນະ​ທີ່​ລັດຖະບານ​​ເລີ່​ມ​ແຜນການ​​ກວດກາ​ຕີ​ລາຄາຄວາມທຸກ​ຍາກຄືນ​​ໃນ​​ແຕ່ລະ​ແຂວງ​ຕາມ​ຕົວ​ເລກ ບ້ານ ​ແລະ ຄອບຄົວ​ທຸກ​ຍາກ ​ໃຫ້​ສໍາ​ເລັດ​ໃນ ເດືອນ​ມິ​ນານີ້ ​ເພື່ອ ລາຍ​ງານ​ໃຫ້​ລັດຖະບານ​ໄດ້​ຮັບ​ຮູ້ ​ແລະ ​​ເຮັດ​ໃຫ້ການ​ກວດກາ​ປະ​ເມີນ​​ດໍາ​ເນີນ​ໄປ​ຢ່າງ​ມີ​ປະສິດທິ​ພາບ ​ແລະ ມີ​ຄຸນ​ນະ ພາ​ບ ຈຶ່ງ​ຢາກ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ທຸກ​ພາກສ່ວນ​ຈົ່ງ​ຊ່ວຍ​ກັນ​ຈັດ​ຕັ້ງ​ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ບົນ​ຈິດ​ໃຈ​ແຂ່ງຂັນ​ຮັກ​ຊາດ ​ແລະ ສ້າງ​ຄວາມ​ເຂັ້ມ​​ແຂງ​ໃຫ້​ເມືອງ​ ​ແລະ ​ທ້ອງ​ຖິ່ນ​​ໃນ​ການ​ສຶກສາ​ອົບຮົມ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ພັດທະນາ​ຕົນ​ເອງ​ໃຫ້ຫຼຸດພົ້ນ​ອອກ​ຈາ​ກຄວາມທຸກ​ຍາກ​​ໄດ້ເທື່ອ​ລະ​ກ້າວ.



__________________
Anonymous

Date:
Permalink   
 

10333252_1596401580592003_1404422288503660917_o.jpg10357656_1596401300592031_2330328629493265874_o.jpg10849011_1596401353925359_3192455669811397005_o.jpg10644503_1596401543925340_5330804781308419324_o.jpg



__________________
Anonymous

Date:
Permalink   
 

Anonymous wrote:

10333252_1596401580592003_1404422288503660917_o.jpg10357656_1596401300592031_2330328629493265874_o.jpg10849011_1596401353925359_3192455669811397005_o.jpg10644503_1596401543925340_5330804781308419324_o.jpg


 ເລື່ອງແບບນີ້ຖ້າປະຊາຊົນລາວມີນໍ້າໃຈຂອງຄວາມເປັນລາວ,ຮັກລາວ ແລະຜືນແຜ່ນດິນ ພ້ອມກຽດແລະສັກສີແລ້ວ.

ຂ້ອຍຄິດວ່າບັນຫານີ້ມີຊ່ອງທາງແກ້ໄດ້ແມ່ນວ່າມັນຈະຍາກຕໍ່ຄວາມຊິນເຄີຍຕໍ່ຄວາມມັກງ່າຍໃນດ້ານຮັບບໍລິການ

ກໍ່ຈດີ,ແຕ່ເຮັດໄດ້.ສຳຄັນວ່າພີ່ນ້ອງລາວໃຜຈະເລີ້ມເປັນແບບຢ່າງກ່ອນ.ທັງໝົດນີ້ຕ້ອງກຳໄດ້ອຸປະນິໃສຂອງມະນຸດ

ເວົ້າຮວມ,ເວົ້າສເພາະພິເສດກໍ່ຄືຄົນລາວເຮົານີ້ເອງໃນເລື່ອງອວດອົງທະນົງຕົວ,ຫຼີ້ນກິນຟຸມເຟືອຍທີ່ຮຽນແບບ

ຈາກການນຳຜູ້ອ້າງຕົນວ່າສະຫຼາດສ່ອງໃສສຸດໂຕງ,ເຫັນຊ້າງຂີ້ກອງໃຫ່ຍກໍ່ຢາກຂີ້ຄືຊ້າງ.ແຕ່ຫົວຄິດປັນຍາບໍ່ມີ

ເທົາຊ້າງໆມັນຮູ້ຫາຢູ່ຫາກິນປະຢັດ,ຖະໜອມປົກປ້ອງອາຫານທີ່ທັມມະຊາດປະທານໃຫ້ເພື່ອໄດ້ກິນຍາວນານ

ທີ່ຈະໄດ້ຂີ້ກ້ອນໃຫຍ່ໂຊວ໌ໃຫ້ຜູ້ນຳລາວກໍ່ຄືພັກ-ລັດທີ່ສ່ອງໃສໄດ້ຮຽນຮູ້.ແຕ່ສັນດານຄວາມທະເຍີທະຍານຢາກ

ສຸກກ່ອນເຫີ່ມກໍ່ຂຸດຄົ້ນທຳລາຍຊັພສົມບັດທາງທັມມະຊາດທີ່ເກີດມາກັບແຜນດິນລາວແຕ່ປາງປະຖົມເພື່ອ

ມາແບ່ງກັນໄຊ້ປັນກັນກິນໃນກຸ່ມຂອງພວກເຂົາຢ່າງບໍ່ຄຳນຶງວ່າປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າກໍ່ມີສິດ

ຊົມໄຊ້ຢ່າງສເມີພາບຕໍ່ຊັພສົມບັດເຫຼົ່ານັ້ນ.ຍິ່ງຮ້າຍກວ່ານັ້ນຄືການອະນຸຍາດໃຫ້ຕ່າງຊາດເຂົາມາຂຸດຄົ້ນຢ່າງ

ບໍ່ມີການຄິດໄລ່,ເຮັດໃຫ້ຕ່າງປະເທດເອົາປຽບທີ່ສຸດບໍ່ສົມກັບຄຳສະຫຼາຍສ່ອງໃສທີ່ອອກຈາກປາກໃນເວລາ

ປາໃສ ແລະ ກາໃສ່ໜ້າຜາກຂອງແຕ່ລະຜູ້ນຳລາວປະຈຸບັນ.ເພາະສນັ້ນແລ້ວຖ້າພີ່ນ້ອງລາວໃນຜູ້ຮັກຊາດ

ບໍ່ຢາກເຫັນຄົນຕ່າງຊາດໂດຽສເພາະແກວຈາກຫວຽດນາມຫຼັ່ງໄຫຼເຂົາມາຍາດແຍ່ງອາຊີບຂອງພີ່ນ້ອງ

ພໍ່ແມ່ປະຊາຊົນລາວດັ່ງບາງຮູບພາບທີ່ທ່ານນຳມາໂປສ໌ນີ້ກ່ອນອື່ນໝົດແມ່ນການງົດໄຊ້ບໍລິການຂອງ

ພວກເຂົາຢ່າງສີ້ນເຊີງ.ໂດຽສເພາະກ່ຽວກັບອາຫານການກິນຢ່າໄປບໍຣິໂພກເລີຍຖ້າພວກທ່ານຢາກມີ

ສຸກຂະພາບສົມບຸນ ແລະ ອາຍຸຍາວນານຈົ່ງປຸ່ງແຕ່ງກິນເອງເພາະມັນຈະຖືກ,ສະອາດ ແລະປະຢັດກວ່າ

ຫຼາຍເທົ່າຕົວ.ຈົ່ງຢຸດພຶດຕິກັມຂີ້ຄ້ານມັກງ່າຍ ແລະ ເຫີ່ເຫີມຕາມສັງຄົມຟຸມເຟືອຍທີ່ຄົນບໍ່ຫວັງດີຍັດທອດ

ແບບຢ່າງໃຫ້.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard