ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ່
Anonymous

Date:
3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ່
Permalink   
 
CiHZjUdJ5HPNXJ92GTKj9o97Hn6qng1Hwl.jpg

บมจ.ผลิตไฟฟ้าราชบุรีโฮลดิ้ง ถือหุ้น 25% โครงการโรงไฟฟ้าพลังน้ำเซเปียน-เซน้ำน้อย ในลาว แจงเขื่อนดินย่อยร้าว น้ำทะลักท่วมบ้านประชาชน เกิดจากพายุฝนตกหนัก อพยพคนไปสถานที่พักพิงชั่วคราวแล้ว เชื่อไม่กระทบจ่ายไฟฟ้าปี 62...

เมื่อวันที่ 24 ก.ค. บริษัท ผลิตไฟฟ้าราชบุรีโฮลดิ้ง จำกัด (มหาชน) หรือ RATCH โดย นายกิจจา ศรีพัฑฒางกุระ กรรมการผู้จัดการใหญ่ ส่งเอกสารชี้แจงตลาดหลักทรัพย์แห่งประเทศไทย ว่า ได้รับแจ้งจากบริษัท ไฟฟ้า เซเปียน-เซน้ำน้อย จำกัด ซึ่งบริษัท RATCH ถือหุ้นในสัดส่วน 25% ดำเนินโครงการโรงไฟฟ้าพลังน้ำเซเปียน-เซน้ำน้อย ตั้งอยู่แขวงจำปาสัก สปป.ลาว ว่า เมื่อวันที่ 23 ก.ค. เขื่อนดินย่อยกั้นช่องเขาส่วน D (saddle Dam D) ขนาดสันเขื่อนกว้าง 8 เมตร ยาว 770 เมตร และสูง 16 เมตร ซึ่งสร้างขึ้นเพื่อเสริมการกั้นน้ำรอบอ่างเก็บน้ำเซน้ำน้อย โครงการโรงไฟฟ้าพลังน้ำเซเปียน-เซน้ำน้อย เกิดการทรุดตัว ส่งผลให้สันเขื่อนดินย่อยดังกล่าวเกิดรอยร้าว และน้ำไหลออกไปสู่พื้นที่ท้ายน้ำ และลงสู่ลำน้ำเซเปียน อยู่ห่างจากพื้นที่เขื่อนประมาณ 5 กิโลเมตร โดยเหตุที่เกิดขึ้นดังกล่าวส่วนหนึ่งเป็นผลมาจากพายุฝนตกหนักอย่างต่อเนื่อง ทำให้มีปริมาณน้ำจำนวนมากราว 600 ล้านลูกบาศก์เมตร ไหลเข้าท่วมบ้านเรือนในเมืองสะหนามไซ แขวงอัตตะปือ ของ สปป.ลาว ตั้งแต่เมื่อคืนที่ผ่านมา

37674008_2077749255590069_21140082906428

ขณะนี้บริษัท ไฟฟ้า เซเปียน-เซน้ำน้อย จำกัด และหน่วยงานที่เกี่ยวข้อง ได้ดำเนินการอพยพประชาชนที่อาศัยอยู่บริเวณโดยรอบเพื่อความปลอดภัยไปยังสถานที่พักพิงชั่วคราวตามแผนฉุกเฉินที่กำหนดไว้เป็นที่เรียบร้อยแล้ว รวมทั้งได้เร่งดำเนินการประเมินสถานการณ์ เพื่อที่จะเข้าไปดำเนินการแก้ไขสถานการณ์ที่เกิดขึ้นโดยเร่งด่วน เมื่อปริมาณน้ำในเขื่อนดังกล่าวลดลง

สำหรับโครงการโรงไฟฟ้าพลังน้ำ เซเปียน-เซน้ำน้อย ขณะนี้อยู่ระหว่างดำเนินการก่อสร้าง มีความก้าวหน้าประมาณร้อยละ 90 และกำหนดจะเริ่มเดินเครื่องเชิงพาณิชย์ภายในปี 2562 ซึ่งเป็นการร่วมทุนระหว่างบริษัท RATCH ในสัดส่วน 25% SK Engineering & Construction Company Limited สัดส่วน 26% Korea Western Power Company Limited สัดส่วน 25% และรัฐบาล สปป. ลาว 24% โดยเขื่อนดินย่อยกั้นช่องเขาส่วน D เป็น 1 ใน 5 เขื่อนย่อยที่อยู่ล้อมรอบเขื่อนหลักที่ผลิตกระแสไฟฟ้าพลังน้ำ ซึ่งเหตุการณ์ดังกล่าวไม่กระทบกับเขื่อนหลัก และเชื่อว่าจะไม่มีผลต่อกำหนดการเริ่มจ่ายไฟฟ้าในเดือน ก.พ. 2562 โดยหลังจากนี้บริษัทที่รับเหมาก่อสร้างจะสร้างคันโดยรอบอีกชั้นหนึ่ง เพื่อเสริมความแข็งแรงของเขื่อนย่อย.

__________________
Anonymous

Date:
RE: RATCH บริษัทไทย ถือหุ้น 25% โรงไฟฟ้าพลังน้ำ แจงเหตุเขื่อนแตกในลาว
Permalink   
 
ການຊີ້ແຈງຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ

ລັດຖະບານສະຫະລັດ ອາເມລິກາ ປະກາດໃສ່ມາດຕະການດ້ານວີຊາຕໍ່ ສປປ ລາວ

Screen%2BShot%2B2018-07-24%2Bat%2B02.00.

ໃນວັນ ວັນທີ 23 ກໍລະກົດ 2018 ກະຊວງການຕ່າງປະເທດແຫ່ງ ສປປ ລາວ ເຜີຍແຜ່ຂໍ້ມູນຜ່ານເວບໄຊ www.mofa.gov.la ເພື່ອຊີ້ແຈ້ງໃຫ້ປະຊາຊົນລາວຊາບ ກ່ຽວກັບປະເດັນລັດຖະບານສະຫະລັດ ອາເມລິກາ ປະກາດໃສ່ມາດຕະການດ້ານວີຊາຕໍ່ ສປປ ລາວ ວ່າ :   ໃນວັນທີ 09 ກໍລະກົດ 2018, ລັດຖະບານ ສະຫະລັດ ອາເມລິກາ ໄດ້ປະກາດໃສ່ມາດຕະການ ດ້ານວິຊາ (Visas) ຕໍ່ ສປປ ລາວ ດ້ວຍເຫດຜົນທີ່ວ່າ ລັດຖະບານລາວບໍ່ໃຫ້ການຮ່ວມມືອັນເຕັມສ່ວນໃນການຮັບເອົາບັນດານັກໂທດພາຍຫຼັງພົ້ນໂທດແລ້ວ ທີ່ຝ່າຍສະຫະລັດອ້າງວ່າເປັນພົນລະເມືອງລາວກັບຄືນປະເທດເດີມ ຕາມການສະເໜີຂອງສະຫະລັດ. ຕໍ່ການປະກາດດັ່ງກ່າວ, ພາຍໃຕ້ພາກ 243(d) ຂອງກົດບັນຍັດວ່າດ້ວຍ ການກວດຄົນເຂົ້າເມືອງ ແລະ ສັນຊາດຂອງສະຫະລັດ ເຊິ່ງຈະປະຕິບັດຕໍ່ທຸກໆປະເທດທີ່ຝ່າຍອາເມລິກາຖືວ່າບໍ່ໃຫ້ການຮ່ວມມືຮັບເອົາຄົນເຊື້ອຊາດເຂົາກັບຄືນປະເທດ. ສໍາລັບ ສປປ ລາວ, ສະຖານທູດ ສະຫະລັດ ທີ່ວຽງຈັນ ຈະໄດ້ປະຕິບັດ ມາດຕະການລະດັບ ທີ່(1) ນັບແຕ່ວັນທີ 9 ກໍລະກົດ ຮອດວັນທີ 9 ກັນຍາ 2018 ຄື :
 
1.ຢຸດຕິການອອກທຸກວິຊາ ປະເພດນັກທ່ອງທ່ຽວ ແລະ ຢ້ຽມຢາມສ່ວນຕົວ (B1/B2Visas) ສໍາລັບເຈົ້າໜ້າທີ່ລະດັບຫົວໜ້າກົມຂຶ້ນໄປຂອງບາງກະຊວງ ແລະ ສະມາຊິກຄອບຄົວ ຂອງເຂົາເຈົ້າ, ສ່ວນສໍາລັບປະຊາຊົນທໍາມະດາແມ່ນຍັງດໍາເນີນໄປປົກກະຕິ.
 
2. ຢຸດຕິການອອກວິຊາ A3 ໃຫ້ແກ່ພະນັກງານເຕັກນິກ, ຜູ້ຊ່ວຍວຽກຂອງສະຖານທູດ ແລະ ຜູ້ຕິດຕາມພະນັກງານການທູດ (A3 Visas);
 
3. ຢຸດຕິການອອກວິຊາ G5 ໃຫ້ແກ່ພະນັກງານສັນຊາດລາວ ທີ່ ເຮັດວຽກປະຈຳຢູ່ອົງການຈັດຕັ້ງສາກົນ ໃນສະຫະລັດ (G5 Visas).
 
ຜ່ານມາ ສປປ ລາວ ກໍ່ໄດ້ມີກົນໄກປະສານງານກັບ ຝ່າຍອາເມລິກາ ໃນການພະຍາຍາມຊອກຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ ໂດຍໄດ້ມີການພົບປະປຶກສາຫາລື ແລະ ແລກປ່ຽນຂໍ້ມູນນໍາກັນຫຼາຍຄັ້ງ, ນັບທັງການສໍາພາດທາງໄກ (Video Call) ແລະ ການຮ່ວມມືອື່ນໆ.
 
ດັ່ງນັ້ນ, ກະຊວງການຕ່າງປະເທດ ຈຶ່ງຂໍແຈ້ງໃຫ້ ພໍ່ແມ່ ພີ່ນ້ອງ ຊາບທົ່ວເຖິງກັນ ມານະໂອກາດນີ້ດ້ວຍ.

__________________
Anonymous

Date:
Permalink   
 
ເສົ້າສະຫລົດໃນນຳພີ່ນ້ອງລາວທີ່ປະສົບພົບພໍ້ກັບໄພພິບັດຄັ້ງນີ້ ແລະ ຫວັງວ່າພາກສ່ວນທີ່ກ່ຽວຂ້ອງຈະຮັບຊິດຊອບ

ແລະໃຫ້ການຊ່ອຍເຫຼືອຢ່າງສຸດຄວາມສາມາດ.

__________________
Anonymous

Date:
RATCH บริษัทไทย ถือหุ้น 25% โรงไฟฟ้าพลังน้ำ แจงเหตุเขื่อนแตกในลาว
Permalink   
 
ພວກນັກວິຊາການ ຫາແດກກິນນຳໂຄງການສ້າງເຂື້ອນ

ປະຊາຊົນເປັນຜູ້ຮັບເຄາະ

37423422_307311093173492_15077751213963337416598_307311129840155_297561092529533

__________________

Guru

Status: Offline
Posts: 622
Date:
Permalink   
 
3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ່ນັບຮ້ອຍ?

1699.jpg1687.jpg1679.jpg1682.jpg1671.jpg

ຈາກກະແສໃນສັງຄົມອອນລາຍ ກໍ່ຄືສັງຄົມຕົວຈິງຂະນະນີ້, ທີ່ເກີດເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ເມືອງປາກຊ່ອງ ແຂວງຈຳປາສັກແຕກຍະ ເຮັດໃຫ້ມວນນ້ຳມະຫາສານຖືກປ່ອຍອອກຈາກເຂື່ອນ ແລະ ໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ ອັນໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ຊີວິດ, ຊັບສິນ, ຊັບພະຍາກອນທຳມະຊາດ ແລະ ລະບົບພື້ນຖານໂຄງລ່າງ.

ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນລະບົບເຂື່ອນທີ່ອ້າງເກັບນ້ຳໄດ້ເຊື່ອມຕໍ່ໃສ່ກັນ ຈາກຫ້ວຍໝາກຈັນ ລົງສູ່ເຂື່ອນເຊປຽນ, ຈາກເຂື່ອນເຊປຽນ ລົງສູ້ເຂື່ອນເຊນ້ຳນ້ອຍ ແລະ ອ້າງເກັບນ້ຳເຂື່ອນເຊນ້ຳນ້ອຍເປັນອ້າງເກັບນ້ຳທີ່ໃຫຍ່ທີ່ສຸດໃນລະບົບເຂື່ອນດັ່ງກ່າວ ດ້ວຍເນື້ອທີ່ 522 ຕາລາງກິໂລແມັດ ເຊິ່ງສັນເຂື່ອນທີ່ແຕກກໍ່ແມ່ນສັນກັ້ນອ້າງເກັບນ້ຳເຊນ້ຳນ້ອຍ.

ໂດຍໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ເລີ່ມລົງມືກໍ່ສ້າງມານັບຕັ້ງແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນຕົ້ນປີ 2019 ມີກຳລັງການຜະລິດ 410 ເມກາວັດ ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງ:

- ບໍລິສັດ SK Engineering and Construction (SK E) ຈາກປະເທດເກົາຫຼີໃຕ້ຖືຮຸ້ນ 26%,

- ບໍລິສັດ Korea Western Power (KOWEPO) ຈາກປະເທດເກົາຫຼີໃຕ້ ຖືຮຸ້ນ 25%,

- ບໍລິສັດ Generating Holding Public (RATCH) ຈາກປະເທດໄທ ຖືຮຸ້ນ 25%

- ລັດວິສາຫະກິດຖືຮຸ້ນລາວ (LHSE) ຖືຮຸ້ນ 24%

ດ້ວຍມູນຄ່າຂອງໂຄງການ 1,020 ລ້ານໂດລາສະຫະລັດ.

1677.png

ເມື່ອຫວນຄືນກັບໄປເມື່ອວັນທີ 11 ກັນຍາ 2017 ທີ່ຜ່ານມາ ເຂື່ອນນ້ຳອ້າວ ເມືອງຜາໄຊ ແຂວງຊຽງຂວາງ ທີ່ມີກຳລັງການຜະລິດໄຟຟ້າ 15 ເມກາວັດ ໄດ້ແຕກ ແລະ ເຮັດໃຫ້ມວນນຳມະຫາສານໄຫຼລົງໃສ່ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງຕໍ່ຊັບສິນ, ສິ່ງແວດລ້ອມ ແລະ ລະບົບພື້ນຖານໂຄງລ່າງເຊັ່ນກັນ, ໂດຍເຂື່ອນດັ່ງກ່າວແມ່ນບໍລິສັດບໍ່ທອງອິນເຕີກຣຸບ ຈຳກັດ ເປັນເຈົ້າຂອງໂຄງການ ແລະ ໃນຂະນະທີ່ແຕກແມ່ນກຳລັງຢູ່ໃນຂັ້ນຕອນການກໍ່ສ້າງໄດ້ 80%.

1676.jpg

ແລະ ປີກ່ອນໜ້ານັ້ນຄືວັນທີ 16 ທັນວາ 2016 ກໍ່ໄດ້ເກີດເຫດອຸບມົງໄຟຟ້າເຂື່ອນເຊກະໝານ 3 ແຕກ ເຮັດໃຫ້ນ້ຳໄຫຼຊຸຢ່າງຮຸນແຮງທີ່ບ້ານດາກຢຣັງ ເມືອງດາກຈຶງ ແຂວງເຊກອງ ໂດຍເຂື່ອນເຊກະໝານ 3 ແມ່ນມີກຳລັງການຜະລິດ 250 ເມກາວັດ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍແມ່ນບໍລິສັດ Songda ຂອງຫວຽດນາມເປັນຜູ້ກໍ່ສ້າງ, ຂະນະທີ່ເຂື່ອນແຕກແມ່ນຢູ່ໃນໄລຍະການຜະລິດແລ້ວ ເພາະກໍ່ສ້າງສຳເລັດມາແຕ່ປີ 2014.

__________________

Guru

Status: Offline
Posts: 622
Date:
RE: RATCH บริษัทไทย ถือหุ้น 25% โรงไฟฟ้าพลังน้ำ แจงเหตุเขื่อนแตกในลาว
Permalink   
 
ດ້ວຍເຫດນີ້, ຈຶ່ງເປັນຄຳຖາມໃຫ້ກັບປະຊາຊົນທີ່ຖາມເຖິງມາດຕະຖານ-ເຕັກນິກໃນການກໍ່ສ້າງ ແລະ ການກວດສອບຄຸນນະພາບ ເພື່ອຄວາມປອດໄພແກ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສິ່ງແວດລ້ອມໂດຍລວມວ່າ ໜ່ວຍງານໃດເປັນຜູ້ຮັບຜິດຊອບຕໍ່ບັນຫາດັ່ງກ່າວນີ້ ນອກຈາກນີ້ປະຊາຊົນຍັງຕ້ອງການຄຳຊີ້ແຈງເຖິງການຄຸ້ມຄອງມາດຕະຖານເຕັກນິກ, ຄວາມປອດໄພ ແລະ ຄວາມແໜ້ນໜາຂອງເຂື່ອນຕ່າງໆໂດຍສະເພາະແມ່ນທີ່ຢູ່ໃກ້ຊຸມຊົນຈາກໜ່ວຍງານທີ່ກ່ຽວຂ້ອງ.

ໂດຍອີງຕາມກົດໝາຍວ່າດ້ວຍໄຟຟ້າ ສະບັບເລກທີ 03/ສພຊ ລົງວັນທີ 20 ທັນວາ 2017 ມາດຕາທີ 35 ລະບຸວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າ ຕ້ອງຮັບປະກັນຄວາມປອດໄພຂອງການດຳເນີນງານ ແລະ ການບຳລຸງຮັກສາອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຂອງວິສະວະກຳກໍ່ສ້າງໂຮງງານໄຟຟ້າເຊັ່ນ: ເຂື່ອນ, ອ່າງເກັບນ້ຳ, ອ້າງນ້ຳລົ້ນ, ໂຮງຈັກໄຟຟ້າ, ສາຍສົ່ງໄຟຟ້າ, ສະຖານນີໄຟຟ້າ, ສາຍຈຳໜ່າຍໄຟຟ້າ, ອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ລວມທັງຜູ້ຊົມໃຊ້ໄຟຟ້າ.

ເພື່ອຮັບປະກັນຄວາມປອດໄຟດັ່ງກ່າວ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າຕ້ອງສ້າງລະບຽບການກ່ຽວກັບຄວາມປອດໄຟໃນການດຳເນີນງານ ແລະ ການບຳລຸງຮັກສາຢ່າງສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ ແລ້ວນຳສະເໝີຕໍ່ຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາຮັບຮອງ.

ດັ່ງນັ້ນ, ໃນເລື່ອງຂອງມາດຕະການເຕັກນິກຂອງເຂື່ອນຕ່າງໆໃນລາວ ແມ່ນຂະແໜງການພະລັງງານ ແລະ ບໍ່ແຮ່ເປັນໜ່ວຍງານຮັບຜິດຊອບໃນຈຸດນີ້ໂດຍກົງ.

ນອກຈາກນີ້ ຜູ້ມີສິດໃນການອະນຸມັດໂຄງການໄຟຟ້າຢູ່ ສປປ.ລາວ ແບ່ງອອກເປັນ 4 ຂະໜາດດັ່ງນີ້:

1. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງແຕ່ 100 ກິໂລວັດລົງມາ ແມ່ນເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງຫ້ອງການແຜນການ ແລະ ການລົງທຶນເມືອງ, ເທດສະບານ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ນະຄອນຫຼວງ

2. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ກິໂລວັດ ຫາ 15 ເມກາວັດ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

3. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 15 ເມກາວັດ ຫາ 100 ເມກາວັດ ແມ່ນລັດຖະບານເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ໂດຍໄດ້ຮັບການເຫັດດີດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

4. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ເມກາວັດ ຂຶ້ນໄປ ຫຼື ມີອ້າງເກັບນ້ຳທີ່ມີເນື້ອທີ່ຫຼາຍກວ່າ 10,000 ເຮັກຕາຂຶ້ນໄປ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຢ່າງຫຼວງຫຼາຍ ແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ພິຈາລະນາອະນຸມັດຕາມການສະເໜີຂອງລັດຖະບານ.

__________________
Anonymous

Date:
RE: 3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ
Permalink   
 
ສະຫະປະຊາຊາດ ພ້ອມໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກ ແກ່ປະຊາຊົນລາວທີ່ປະສົບໄພພິບັດເຂື່ອນແຕກ

1727.jpg

ລາຍງານ 25 ກໍລະກົດ 2018, ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ມວນນ້ຳມະຫາສານໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນໃນເຂດເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນຫຼາຍ, ລວມທັງຫຼາຍກວ່າ 6,000 ຄົນບໍ່ມີທີ່ພັກອາໄສ.

ຫຼ້າສຸດທ່ານ ສະຕີເຟັນ ດູຮາຣິກ ໂຄສົກອົງການສະຫະປະຊາຊາດຖະແຫຼງວ່າ: ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເສຍໃຈກໍ່ກັບການສູນເສຍຊີວິດ ແລະ ຊັບສິນອັນເກີດຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເນື່ອງມາຈາກພາຍຸຝົນຕົກໜັກ, ເຊິ່ງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ປະສົບໄພ ແລະ ຕໍ່ລັດຖະບານ ກໍ່ຄືປະຊາຊົນໃນອາຊີຕາເວັນອອກສຽງໃຕ້ ພ້ອມທັງສະແດງຄວາມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກແກ່ ສປປ.ລາວ.

ຕໍ່ກັບບັນຫາດັ່ງກ່າວ, ຫຼາຍປະເທດໃນໂລກກໍ່ໄດ້ສະແດງເຈດຈຳນົງທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໂດຍສະເພາະບັນດາປະເທດໃນອາຊີເຊັ່ນ: ໄທ ແລະ ເກົາຫຼີໃຕ້ ແມ່ນໄດ້ສົ່ງທີມກູ້ໄພທີ່ຊ່ຽວຊານ ພ້ອມທັງເຮລິຄັອບແຕ, ເຮືອ ແລະ ອຸປະກອນທີ່ຈຳເປັນເຂົ້າມາໃນລາວແລ້ວ, ສ່ວນສິງກະໂປ ແລະ ມາເລເຊຍກໍ່ໄດ້ສະແດງເຈດຈຳນົງທີ່ພ້ອມຈະໃຫ້ການຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້.

ໃນດ້ານຂອງລັດຖະບານລາວ, ທ່ານ ທອງລຸນ ສີລຸສິດ ນາຍົກລັດຖະມົນຕີ ແລະ ຄະນະກໍ່ໄດ້ລົງຕິດຕາມສະຖານະການການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດຢ່າງໃກ້ຊິດ ຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມທັງໄດ້ມອບເງິນຊ່ວຍເຫຼືອເບື້ອງຕົ້ນ 1.2 ຕື້ກີບ.

UN ready to assist rescue and relief effort as dam collapses in Laos, with many feared dead

image1170x530cropped.jpg

According to news reports, the collapse of the dam created flash flooding conditions that swept through Attapeu province in south-eastern Laos, submerging villages and leaving more than 6,000 homeless.

 “The Secretary-General is saddened by the loss of life and significant damage caused by a break in the hydroelectric dam under construction…adding to the previous destruction caused by Tropical Storm Son,” said his Spokesman Stéphane Dujarric in a statement.

At least 20 people are believed to have died and many more who are missing are feared dead. It was reported that continuous rainstorms had caused a high volume of water to flow into the project’s reservoir, putting pressure on the dam.

The Secretary-General extended his condolences to the victims’ families and to the Government and people of the Southeast Asian country, while also expressing the UN’s readiness to support the national rescue and relief efforts if required, Mr. Dujarric said.

__________________
Anonymous

Date:
3 ປີ ແຕກ 3 ເຂື່ອນ ແລ້ວຈະສ້າງຄວາມເຊື່ອໝັ້ນແນວໃດຕໍ່ປະຊາຊົນ ກັບເຂື່ອນທີ່ມີ ແລະ ກຳລັງກໍ່ສ້າງຢູ່
Permalink   
 
Anonymous wrote:

ເຂື່ອນທີ່ຈະແຕກຕໍ່ໄປ ບໍ່ຮູ້ແນ່ວ່າຈະເປັນເຂື່ອນໃດ ?

ຖ້າແຕກຫລາຍເຂື່ອນພ້ອມກັນ

ປະເທດລາວຂອງເຮົາ ແມ່ນຈະຈົມຢູ່ໃຕ້ບາດານຢ່າງແນ່ນອນ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard